ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມຕ້ອນຮັບເສນາທິການໃຫຍ່ບັນດາກຳລັງປະກອບອາວຸດມົງໂກນ

(VOVWORLD) -ຕອນບ່າຍວັນທີ 03 ເມສາ, ຢູ່ຮ່າໂນ້ຍ, ພົນໂທ ຫວູວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບພົນຕີ Dulamsuren Davaa, ເສນາທິການໃຫຍ່ບັນດາກຳລັງປະກອບອາວຸດມົງໂກນພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມຕ້ອນຮັບເສນາທິການໃຫຍ່ບັນດາກຳລັງປະກອບອາວຸດມົງໂກນ - ảnh 1 (ພົນໂທ ຫວູວັນຢາງ ຕ້ອນຮັບພົນຕີ Dulamsuren Davaa)

ຢູ່ທີ່ນີ້, ພົນໂທ ຫວູວັນຢາງ ເນັ້ນໜັກວ່າ, ນັບແຕ່ເມື່ອກະຊວງປ້ອງກັນປະເທດ 2 ປະເທດໄດ້ລົງນາມໃດບົດບັນທຶກຊ່ວຍຈຳຮ່ວມມືດ້ານປ້ອງກັນຊາດເມື່ອປີ 2013, 2 ຝ່າຍໄດ້ເຫັນດີນຳກັນຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮ່ວມມືບຳລຸງສ້າງພະນັກງານ, ຮ່ວມມືແບ່ງປັນບົດຮຽນໃນການຮັກສາສັນຕິພາບສະຫະປະຊາຊາດ. ພົນໂທ ຫວູວັນຢາງ ສະເໜີໃນໄລຍະຈະມາເຖິງ, 2 ຝ່າຍຄວນສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ