ເສີມຂະຫຍາຍກຳລັງແຮງ ແລະ ເຈດຈຳນົງບືນຕົວຂຶ້ນຂອງຊາດ

(VOVWORLD) -ໃນອາຍຸການຊຸດທີ 13 ຄວນສຸມໃສ່ໃຫ້ບຸລິມະສິດການປຸກລຸກຈິດໃຈ ແລະ ເຈດຈຳນົງ, ຄວາມຕັດສິນໃຈພັດທະນາປະເທດຊາດໃຫ້ມີຄວາມວັດທະນາຖາວອນ, ຈະເລີນຮຸ່ງເຮືອງ, ຜາສຸກ
ເສີມຂະຫຍາຍກຳລັງແຮງ ແລະ ເຈດຈຳນົງບືນຕົວຂຶ້ນຂອງຊາດ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ
(ພາບ: laodong.vn)

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີສະຫຼູ 2021, ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢືນຢັນວ່າ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ. ອາຍຸການກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກແມ່ນຂີດໝາຍ, ແມ່ນບາດກ້າວສຳຄັນທີ່ສຸດ, ແມ່ນປະຖົມປັດໃຈໃຫ້ແກ່ອາຍຸການຕໍ່ໄປ ເພື່ອປະຕິບັດຍຸດທະສາດພັດທະນາປະເທດຊາດຮອດປີ 2030, ວິໄສທັດຮອດປີ 2045 ຢ່າງມີໄຊ.

  ທ່ານເລຂາທິການໃຫຍ່, ປະທານປະເທດ ຊີ້ແຈ້ງວ່າ, ໃນອາຍຸການຊຸດທີ 13 ຄວນສຸມໃສ່ໃຫ້ບຸລິມະສິດການປຸກລຸກຈິດໃຈ ແລະ ເຈດຈຳນົງ, ຄວາມຕັດສິນໃຈພັດທະນາປະເທດຊາດໃຫ້ມີຄວາມວັດທະນາຖາວອນ, ຈະເລີນຮຸ່ງເຮືອງ, ຜາສຸກ; ເສີມຂະຫຍາຍຄຸນຄ່າວັດທະນະທຳ, ກຳລັງແຮງຂອງຊາວຫວຽດນາມ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດຢືນຢັນວ່າ, ດ້ວຍທິດທາງຖືກຕ້ອງ, ເໝາະສົມກັບກົດເກນ; ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເຈດຈຳນົງບືນຕົວຂຶ້ນຢ່າງແຮງ ແລະ ຄວາມຕັດສິນໃຈສູງ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ແນ່ນອນວ່າຈະສ້າງບັນດາຜົນງານພັດທະນາໃໝ່, ເພື່ອເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ”.

ຕອບກັບ

ຂ່າວ/ບົດ​ອື່ນ