ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

(VOVWORLD) -ພາຍຫຼັງບັນດາຜູ້ແທນຂຶ້ນປະກອບຄຳເຫັນ ທີ່ກອງປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ ມະຕິດັ່ງກ່າວມີທີ່ຕັ້ງ, ບົດບາດສຳຄັນພິເສດ, ສະແດງໃຫ້ເຫັນແນວທາງ, ຈິນຕະນາການປ່ຽນແປງໃໝ່, ບາດກ້າວບຸກທະລຸກ່ຽວກັບການນຳພາຂອງພັກ ຕໍ່ໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່. 
ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມ (ພາບ:  TTXVN)

ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ນະຄອນຫ໋າຍຟ່ອງ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການສ້າງແຜນຮ່ວມສະຫຼຸບມະຕິກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ XI ວ່າດ້ວຍຍຸດທະສາດປົກປັກຮັກສາປະເທດຊາດ ໃນສະພາບການໃໝ່ ເປັນປະທານກອງປະຊຸມສຳມະນາວິທະຍາສາດທິດສະດີ - ພຶດຕິກຳຕົວຈິງກ່ຽວກັບການປົກປັກຮັກສາປະເທດຊາດໃນສະພາບການໃໝ່”.

ຄະນະຈັດຕັ້ງກອງປະຊຸມສຳມະນາໄດ້ຮັບບົດປດກອບຄຳເຫັນກ່ວາ 50 ບົດດ້ວຍຫຼາຍເນື້ອໃນທີ່ອຸດົມສົມບູນ, ດ້ວຍປະລິມານວິທະຍາສາດສູງ. ພາຍຫຼັງບັນດາຜູ້ແທນຂຶ້ນປະກອບຄຳເຫັນ ທີ່ກອງປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ ມະຕິດັ່ງກ່າວມີທີ່ຕັ້ງ, ບົດບາດສຳຄັນພິເສດ, ສະແດງໃຫ້ເຫັນແນວທາງ, ຈິນຕະນາການປ່ຽນແປງໃໝ່, ບາດກ້າວບຸກທະລຸກ່ຽວກັບການນຳພາຂອງພັກ ຕໍ່ໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່. ທ່ານປະທານປະເທດ ຊີ້ແຈ້ງວ່າ:

        ຈິດໃຈປະຊາຊົນແມ່ນປັດໄຈຕັດສິນຊີ້ຂາດ. ປະທານໂຮ່ຈີມິນໄດ້ເວົ້າວ່າ ຄຳເຫັນຂອງປະຊາຊົນແມ່ນສຳຄັນທີ່ສຸດ. ເພາະສະນັ້ນ, ການປ້ອງກັນຊາດທົ່ວປວງຊົນ, ສົງຄາມປະຊາຊົນ, ຄວາມໝັ້ນຄົງປະຊາຊົນ ແມ່ນບັນດາບັນຫາພື້ນຖານຂອງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ບໍ່ວ່າໃນສະພາບການໃດ, ເປັນຕົ້ນແມ່ນໃນສະພາບການປັດຈຸບັນ. ປັບປຸງ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນປັດໄຈຕັດສິນໄຊຊະນະໃຫ້ແກ່ພາລະກິດແຫ່ງການປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ