ເສີມຂະຫຍາຍກຳລັງແຮງ ມະຫາສາມັກຄີຈາກນ້ຳໃຈຮັກຊາດ

ເສີມຂະຫຍາຍກຳລັງແຮງ	ມະຫາສາມັກຄີຈາກນ້ຳໃຈຮັກຊາດ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​
ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ


(vovworld) – ​ ​ເມື່ອ​ຕອບ​ສຳ​ພາດຕໍ່​ນັກ​ຂ່າວ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່ 2017, ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ກ່າ​ວວ່າ: “ເສີມ​ຂະຫຍາຍ​ກຳລັງ​ແຮງມະຫາ​ສາມັກຄີ​ຈາກ​ນ້ຳ​ໃຈ​ຮັກ​ຊາດ” ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່ ​ເຊິ່ງ​ ​ແນວ​ໂຮມ​ປະ​ເທດ​ຊາດ ສຸມ​ໃສ່​ຜັນ​ຂະຫຍາຍ​ໃນ​ໄລຍະ​ຈະ​ມາ​ເຖິງ. ຕາມ​ທ່ານ ຫງວຽນທ້ຽນ​ເຍີນ ​ແລ້ວ, ພາລະ​ກຳ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຜ່ານ​​ໄລຍະຕ່າງໆ​ແມ່ນ​ຮ່ວມ​ເດີນທາງ, ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ແນວທາງ​ຂອງ​ພັກ, ປະກອບສ່ວນ​ກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງປອດ​ໄສ, ​ໝັ້ນ​ຄົງ​ເຂັ້ມ​ແຂງ, ​ເສີມ​ຂະຫຍາຍ​ຈິດ​ໃຈ​ຫົວຄິດ​ປະດິດ​ສ້າງ, ​ເປັນ​ເຈົ້າ​ການ​ຂອງ​ປະຊາຊົນ ສຳ​ເລັດ​ພາລະ​ກຳ​ມະຫາ​ສາມັກຄີ. ​ແນວ​ໂຮມ​ປະ​ເທດ​ຊາດ ​ໄດ້​​ວາງ​ອອກລາຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ, ​ໃນ​ນັ້ນ ສຸມ​ໃສ່​ເລ່ືອງຮັບ​ເອົາ, ​ເສີມ​ຂະຫຍາຍ​ບັນດາ​ຮູບ​ແບບ, ວິທີ​ການ ​ເຊິ່ງ​ໄດ້​ຮັບ​ການປະຕິບັດ​ໃນ​ໄລຍະ​ຜ່ານ​ມາ, ​ເນັ້ນ​ໜັກ​​ເຖິງຄວາ​ມຮຽກຮ້ອງ​ເປັນ​ເຈົ້າ​ການ, ປ່ຽນ​ໃໝ່​ຂອງ​ແນວ​ໂຮມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງພາຄີ, ​ກຳ​ແໜ້ນ​ມະຕິ​ໃໝ່​ຂອງ​ພັກ ​ເພື່ອ​ເສີມ​ຂະຫຍາຍ​ມະຫາ​ສາມັກຄີ. ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ  ​ແລ​ະ ບັນດາ​ອົງການ​ຈັດ​ຕັ້ງ​ຮັບ​ຟັງ​ຄວາມ​ເຫັນ​ຂອງປະຊາຊົນ, ພາຍ​ໃຕ້​ການ​ຕິດຕາມ​ກວດກາ, ຕີ​ລາຄາ​ຈາກ​ປະຊາຊົນ.

        ກ່ຽວ​ກັບ​ບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໃນ​​ເລື່ອ​ງຮັບປະກັນການ​ເຊື່ອມ​ຕໍ່, ສາມັກຄີ​ບັນດາ​ສາສະໜາ, ທ່ານ ຫງວຽນ​ທ້ຽນ​ເຍີນ ​ໃຫ້​ຮູ້​ວ່າ: ​ໃນ​ຕະຫລອດ​ໄລຍະ​ປະຫວັດສາດ​, ​ເຖິງ​ວ່າ ຕົ້ນ​ກຳ​ເນີ​ດສາສະໜາ​ມີ​ຄວາມແຕກ​ຕາງ​ກັນກໍ່ຕາມ, ​ແຕ່​ຊາວ ຫວຽດນາມ ຖື​ສາສະໜາ​ໃດ​ກໍ່​ແມ່ນ​ຊາວ ຫວຽດນາມ ຜູ້ຮັກ​ຊາດ. ບັນດາ​ສາສະໜາ​ທີ່ພວມ​ເຄື່ອນ​ໄຫວ​ຢູ່ ຫວຽດນາມ ທັງ​ໝົດ ບໍ່​ມີ​ສາສະໜາ​ໃດ​ໄປຝືນ​ກັບຫຼັກສິນ​ທຳ​ຮັກ​ຊາດ, ແພງ​ມະນຸດ, ນີ້​ແມ່ນ​ພື້ນຖານ​ສຳຄັນ​ທີ່​ສຸດ. ວຽກ​ງານ​ສາສະໜາ​ຂອງ ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາກົນ, ນັ້ນ​ແມ່ນ​ບັນດາ​ຜົນງານ, ວິວັດທະນາ​ການ​ອັນ​ຍາວ​ນານ ນັບ​ແຕ່​ມີ​ພັກ, ທ້ອນ​ໂຮມ​ປະ​ເທດ​ຊາ​ດ​ເປັນ​ເອກະ​ພາບ​ມາ​ຮອດ​ປະຈຸ​ບັນ. ນີ້​ກໍ່​ແມ່ນ​ຂົງ​ເຂດ​ທີ່​ແນວ​ໂຮມ​ປະ​ເທດ​ຊາດ​ທຸກ​ຂັ້ນ​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ. ​ໃນ​ຕໍ່ໜ້າ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຈະ​ສະຫຼຸບ​ເລື່ອງ​ບັນດາ​ສາສະໜາ​ເຂົ້າ​ຮ່ວມ​ວຽກ​ງານ​ຮັກສາ​ຮາກ​ຖານ​ເຮັດ​ວຽກ​ງານ​ກຸສົນ, ​ເບິ່ງ​ແຍງ​ດູ​ແລ​ໃຫ້​ຄົນ​ທຸກ​ຍາກ, HIV, ​ເດັກ​ກຳພ້າ.

ຂ່າວ/ບົດ​ອື່ນ