ເສີມຂະຫຍາຍກຳລັງແຮງສັງລວມໃນບັນດາການເຄື່ອນໄຫວຖະແຫຼງຂ່າວໃຫ້ຕ່າງປະເທດ

ເສີມຂະຫຍາຍກຳລັງແຮງສັງລວມໃນບັນດາການເຄື່ອນໄຫວຖະແຫຼງຂ່າວໃຫ້ຕ່າງປະເທດ - ảnh 1
ທ່ານ ຫວໍ​ວັນ​ເຖືອ​ງ ຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາສູນ​ກາງ
ຫົວ​ໜ້າ​ຄະນະ​ຊີ້​ນຳ​ວຽກ​ງານ​ຖະ​​ແຫຼ​ງຂ່າວ​ໃຫ້​ຕ່າງປະ​ເທດ
(ພາບສຳນັກຂ່າວສານ)

(vovworld) –​​ ​ ວັນ​ທີ 22/06 ຢູ່​ຮ່າ​ໂນ້ຍ ຄະນະ​ຊີ້​ນຳ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ໃຫ້​ຕ່າງປະ​ເທ​ດ​​ໄດ້ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ອາຍຸ​ການ 2011 – 2015 (ຊຸດ​ທີ 11) ​ແລະ ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ​ແຫ່ງ​ການ​ຜັນ​ຂະຫຍາຍ​ໜ້າ​ທີ່​ອາຍຸ​ການ 2016 – 2020 (ຊຸດ​ທີ 12). ກ່າວ​ຄຳ​ເຫັນ​ຊີ້ນ​ຳ ກອງ​ປະຊຸມ, ທ່ານ ຫວໍ​ວັນ​ເຖືອ​ງ ຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາສູນ​ກາງ ຫົວ​ໜ້າ​ຄະນະ​ຊີ້​ນຳ​ວຽກ​ງານ​ຖະ​​ແຫຼ​ງຂ່າວ​ໃຫ້​ຕ່າງປະ​ເທດ ​ເນັ້ນ​ໜັກ​ວ່າ: ​ໃນ​ໄລ​ຍະ​ຜ່ານ​ມາ ວຽກ​ງານ​ຖະ​ແຫຼ​ງຂ່າວ​ໃຫ້​ຕ່າງປະ​ເທດ​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ປະກອບ​ສ່ວນ​ອັນ​ໃຫຍ່​ຫລວງ​ໃນ​ການ​ປະຕິບັດ​ແນວທາງ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ປະຕິບັດ​ບັນດາ​ໜ້າ​ທີ່​ການພັດທະນາ​ເສດຖະກິດ - ສັງຄົມ, ການ​ປ້ອງກັນຊາ​ດ ປ້ອງ​ກັນຄວາມ​ສະຫງົ​ບ ການ​ພົວພັນຕ່າງປະ​ເທດ​ຂອງ​ປະ​ເທ​ດຊາດ​ຢ່າງ​ມີ​ໄຊ. ທ່ານ ຫວໍ​ວັນ​ເຖືອ​ງ ສະ​ເໜີຄວນສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ລັກສະນະ​ເປັນ​ເຈົ້າ​ການ, ຍົກ​ສູງ​ການ​ກວມ​ລວມ​ຂອງ​ຄະນະ​ຊີ້​ນຳ​ວຽກ​ງານ​ຖະ​ແຫຼງຂ່າ​ວ​ໃຫ້​ຕ່າງປະ​ເທດກ່ວາ​ອີກ; ຍົກ​ສູງ​ນ້ຳ​ໃຈຄວາມ​ຮັບຜິດຊອບ, ປະສິດທິ​ຜົນ​ໃນການ​ສົມທົບ​ກັນ​ລະຫວ່າງ​ຄະນະ, ກະຊວງ, ຂະ​ແໜງ​ການ​ຄະນະ​ຊີ້​ນຳ​ວຽກ​ງານ​ຖະ​ແຫຼ​ງຂ່າ​ວ​ໃຫ້​ຕ່າງປະ​ເທດ​ທ້ອງ​ຖິ່ນ​ຕ່າງໆ; ບັນດາ​ອົງການ​ສື່​​ມວນ​ຊົນ​ໃຫ້​ຕ່າງປະ​ເທດຕົ້ນຕໍ, ອົງການ​ຕາງໜ້າ ຫວຽດ​ນາມ ປະຈຳ​ຕ່າງປະ​ເທດ, ​ເພື່ອ​​ແນ​ໃສ່​ຮັບປະກັນການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຂອງ​ລະບົບ​ການ​ເມືອງ​ທັງໝົດ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​​ວຽກ​ງານ​ຖະ​ແຫຼ​ງຂ່າວ​ໃຫ້​ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ