ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ ທັງ​ຊາດໃນ​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ

(VOVWORLD) -ຕອນເຊົ້າວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ຄະນະຂົນຂວາຍປະຊາຊົນສູນກາງຈັດຕັ້ງກອງປະຊຸມແບບທາງໄກ ທົ່ວປະເທດສະຫຼຸບວຽກງານຂົນຂວາຍປະຊາຊົນ ແລະ ຕີລາຄາໝາກຜົນຂອງການປະຕິລັດປີ “ຍູ້ແຮງການປະຕິບັດກົນໄກປະຊາທິປະໄຕ ຢູ່ຂັ້ນຮາກຖານ” ປີ 2021, ຜັນຂະຫຍາຍໜ້າທີ່ປີ 2022.

ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ ທັງ​ຊາດໃນ​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ - ảnh 1ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູງການພັກ (ພາບ: VOV)

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູງການພັກ ໄດ້ສະເໜີໃຫ້ ຂະແໜງຂົນຂວາຍປະຊາຊົນ ຄວນເປັນເຈົ້າການກຳແໜ້ນ, ສ່ອງແສງຈິດໃຈ, ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນໃຫ້ແກ່ຄະນະພັກ, ອຳນາດການປົກຄອງ ຢ່າງທັນການເພື່ອພິຈາລະນາແກ້ໄຂ, ເປັນຕົ້ນແມ່ນບັນດາບັນຫາທີ່ກ່ຽວຂ້ອງໂດຍກົງຕໍ່ຊີວິດການເປັນຢູ່, ວຽກເຮັດງານທຳ, ລາຍຮັບຂອງປະຊາຊົນ. ພ້ອມທັງຕ້ອງຮັບຮູ້ທັດນະທະ “ປະຊາຊົນແມ່ນກົກເຄົ້າ” ຢ່າງເລິກເຊິ່ງ ແລະ ຄົບຖ້ວນກ່ວາອີກ, ເສີມຂະຫຍາຍກຳລັງແຮງຂອງປະຊາຊົນ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ.

ທ່ານ ຫວໍວັນເຖືອງ ຮຽກຮ້ອງໃຫ້ສືບຕໍ່ເສີມຂະຫຍາຍກຳລັງແຮງຂອງທົ່ວປວງຊົນໃນການປະຕິບັດ3 ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ພັດທະນາເສດຖະກິດ - ສັງຄົມ ໃຫ້ແກ່ພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ