ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ອັນ​ຍິ່ງ​ໃຫຍ່ ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ໃນ​ຍຸກ​ສະ​ໄໝ​ໃໝ່

(VOVWORLD) - 79 ປີຜ່ານມາ, ຈິດໃຈປະຕິວັດເດືອນສິງຫາ, ໝາກຜົນຂອງການປະຕິວັດເດືອນສິງຫາ ແລະບັນດາບົດຮຽນປະສົບການອັນລ້ຳຄ່າແມ່ນພື້ນຖານຢ່າງໝັ້ນແກ່ນເພື່ອໃຫ້ ຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍາດໄດ້ໄຊຊະນະຫຼາຍຢ່າງ, ສ້າງໜ້າປະຫວັດສາດໃໝ່ໃນຍຸກສະໄໝໂຮ່ຈີມິນທີ່ສະຫງາລາສີນີ້.

ກ່ອນນີ້ 79 ປີ (19/8/1945 – 19/8/2024), ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ ແລະ ປະທານໂຮ່ຈີມິນ, ປະຊາຊົນ ຫວຽດນາມໄດ້ດຳເນີນການປະຕິວັດເດືອນສິງຫາອັນຍິ່ງໃຫຍ່, ມ້າງທຳລາຍແອກປົກຄອງ, ການກົດຂີ່ຂູດຮີດຂອງລະບອບລ່າເມືອງຂຶ້ນ, ສັກດີນາ, ຍາດເອົາອຳນາດການປົກຄອງ, ສ້າງປະເທດ ສາທາລະນະລັດ ປະຊາທິປະໄຕ ວຽດນາມ, ລັດປະຊາທິປະໄຕ ປະຊາຊົນ ລັດທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້, ປັດຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ໃນໂອກາດນີ້, ໜັງສືພິມເຍິນເຢິນ ສຽງຂອງພັກກອມມູນິດ ຫວຽດນາມ ສະບັບອອກໃນວັນທີ 19 ສິງຫາ ມີບົດຂຽນຢັ້ງຢືນວ່າ ການປະຕິວັດເດືອນສິງຫາ ຍາດໄດ້ໄຊຊະນະແມ່ນພະຍານຫຼັກຖານໃຫ້ແກ່ແນວທາງການປະຕິວັດອັນຖືກຕ້ອງ, ການຊີ້ນຳນຳພາຢ່າງສະຫຼາດສ່ອງໃສ, ວິໄສທັດຍຸດທະສາດ, ການຍາດແຍ່ງກາລະໂອກາດທີ່ດີຂອງພັກ ແລະ ປະທານໂຮ່ຈີມິນ. 79 ປີຜ່ານມາ, ຈິດໃຈປະຕິວັດເດືອນສິງຫາ, ໝາກຜົນຂອງການປະຕິວັດເດືອນສິງຫາ ແລະບັນດາບົດຮຽນປະສົບການອັນລ້ຳຄ່າແມ່ນພື້ນຖານຢ່າງໝັ້ນແກ່ນເພື່ອໃຫ້ ຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍາດໄດ້ໄຊຊະນະຫຼາຍຢ່າງ, ສ້າງໜ້າປະຫວັດສາດໃໝ່ໃນຍຸກສະໄໝໂຮ່ຈີມິນທີ່ສະຫງາລາສີນີ້. ພາຍໃຕ້ຫົວຂໍ້ “ການປະຕິວັດເດືອນສິງຫາ - ບົດເພງວິລະຊົນອະມະຕະ”, ບົດຂຽນ ໄດ້ເອົາລົງໃນ ໜັງສືພິມ QDND ແປ່ວ່າກອງທັບປະຊາຊົນ ຂຽນວ່າ ການປະຕິວັດເດືອນສິງຫາ ຍັງຍືນຍົງຄົງຕົວພ້ອມກັບຊາດ ຊົ່ວກາລະນານ ຍ້ອນຄວາມໝາຍດ້ານປະຫວັດສາດ, ຂອບຂະໜາດຍຸກສະໄໝຢ່າງເລິກເຊິ່ງ ແມ່ນໝາກຜົນຂອງການເຕົ້າໂຮມກຳລັງແຮງຄຸນນະທາດ, ພູມບັນຍາ, ຄວາມເອກອ້າງທະນົງໃຈຫວຽດນາມ ໃນຍຸກສະໄໝໂຮ່ຈີມິນ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ