ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ຊຸກຍູ້ການຮ່ວມມືເສດຖະກິດລະຫວ່າງ ສ.ເຊັກໂກ ແລະ ຫວຽດນາມ

(VOVWORLD) - ໃນຊຸມວັນມໍ່ໆມານີ້, ສື່ມວນຊົນຢູ່ ສ.ເຊັກໂກ ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມ ສ.ເຊັກໂກ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໃນລະຫວ່າງວັນທີ 16 – 18 ເມສາ 2019, ໃນນັ້ນ ເນັ້ນໜັກເຖິງຄວາມໝາຍຊຸກຍູ້ການຮ່ວມມືເສດຖະກິດລະຫວ່າງ 2 ປະເທດ.

ເວັບໄຊ vlada.cz ຂອງລັດຖະບານ ເຊັກໂກ ຄັດສະເໜີຂ່າວຈາກຫ້ອງວ່າການລັດຖະບານ ເຊັກໂກ ວ່າ, ວັນທີ 17 ເມສາ, ທ່ານນາຍົກລັດຖະມົນຕີ ເຊັກໂກ Andrej Babis ຈະເປັນເຈົ້າພາບຈັດຕັ້ງພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢ່າງເປັນທາງການ.

        ເວັບໄຊ parlamentnilisty.cz ຂອງລັດຖະສະພາ ເຊັກໂກ ໄດ້ຄັດສະເໜີບົດຂຽນດ້ວຍຫົວຂໍ້ວ່າ: “ຄວາມສາມາດບົ່ມຊ້ອນຊຸກຍູ້ການຮ່ວມມືເສດຖະກິດລະຫວ່າງ ເຊັກໂກ ແລະ ຫວຽດນາມ”, ໃນນັ້ນ ເນັ້ນໜັກວ່າ 2 ປະເທດມີການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ແລະ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ເພື່ອຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ບົດຂຽນເນັ້ນໜັກວ່າ: ໃນຊຸມປີມໍ່ໆມານີ້ິ້, ການພົວພັນຮ່ວມມືລະຫວ່າງ 2 ປະເທດ ນັບມື້ນັບໄດ້ຮັບການເພີ່ມທະວີ, ເປັນຕົ້ນແມ່ນຜ່ານບັນດາການຢ້ຽມຢາມຂັ້ນສູງ, ສ້າງທ່ວງທ່າພັດທະນາການຮ່ວມມື 2 ຝ່າຍ, ໃນນັ້ນ ມີຂົງເຂດເສດຖະກິດ - ການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ