ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ, ແຫຼ່ງ​ກຳ​ລັງ​ອັນ​ລ້ຳ​ຄ່າ​ຂອງ​ຊາວ ຫວຽດ​ນາ​ມາ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໃນ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ

(VOVWORLD) - ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ພັກ, ລັດຈະສືບຕໍ່ສ້າງບັນດາແຜນນະໂຍບາຍ, ນະໂຍບາຍດຶງດູດ, ຖືເປັນສຳຄັນ ໃນການນຳໃຊ້ຜູ້ເກັ່ງກ້າສາມາດ ໃຫ້ສົມບູນແບບ.
ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ, ແຫຼ່ງ​ກຳ​ລັງ​ອັນ​ລ້ຳ​ຄ່າ​ຂອງ​ຊາວ ຫວຽດ​ນາ​ມາ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໃນ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ - ảnh 1(ພາບ: VOV)

    ຕອນບ່າຍວັນທີ 23 ສິງຫາ, ຢູ່ສຳນັກງານປະທານປະເທດ, ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ໄດ້ພົບປະກັບຄະນະຜູ້ແທນດີເດັ່ນ ມາເຂົ້າຮ່ວມກອງປະຊຸມຊາວ ຫວຽດນາມ ອາໃສຢູ່ຕ່າງປະເທດທົ່ວໂລກຄັ້ງທີ 4 ແລະ ເວທີປາໄສປັນຍາຊົນ ແລະ ຜູ້ຊ່ຽວຊານ ຫວຽດນາມ ຢູ່ຕ່າງປະເທດປີ 2024.

ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ:

    ຍາມໃດພັກ, ລັດກໍ່ກຳນົດວ່າ ຊາວ ຫວຽດນາມ ອາໃສຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກ ແລະ ແມ່ນແຫຼ່ງກຳລັງຂອງປະຊາຄົມຊາວ ຫວຽດນາມ, ແມ່ນປັດໄຈສຳຄັນ ປະກອບສ່ວນເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ ກັບປະເທດຕ່າງໆໃນໂລກ. ຂ້າພະເຈົ້າຫວັງວ່າ ຊາວ ຫວຽດນາມ ອາໃສຢູ່ຕ່າງປະເທດ 6 ລ້ານຄົນຈະເປັນຈິດໜຶ່ງໃຈດຽວ, ມີຄວາມເຊື່ອໝັ້ນອັນດຽວ, ເຈດຈຳນົງອັນດຽວ, ມານະພະຍາຍາມ ມຸ່ງໄປເຖິງການປະຕິບັດຄວາມຄາດຫວັງສ້າງສາປະເທດ ຫວຽດນາມ ຮຸ່ງເຮືອງເຂັ້ມແຂງ, ວັດທະນາຖາວອນ, ຜາສຸກ.

     ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ພັກ, ລັດຈະສືບຕໍ່ສ້າງບັນດາແຜນນະໂຍບາຍ, ນະໂຍບາຍດຶງດູດ, ຖືເປັນສຳຄັນ ໃນການນຳໃຊ້ຜູ້ເກັ່ງກ້າສາມາດ ໃຫ້ສົມບູນແບບ, ເສີມຂະຫຍາຍກຳລັງບົ່ມຊ້ອນ, ທ່າແຮງ, ແຫຼ່ງກຳລັງອັນລ້ຳຄ່າຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

 

         

ຕອບກັບ

ຂ່າວ/ບົດ​ອື່ນ