ເສີມຂະຫຍາຍນ້ຳໃຈຮັກຊາດ,ເຈດຈຳນົງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພັດທະນາປະເທດຊາດໄວ ແລະ ຍືນຍົງ

(VOVWORLD) - ທົບທວນຄືນບັນດາໝາກຜົນແຫ່ງການພັດທະນາເສດຖະກິດ - ສັງຄົມພົ້ນເດັ່ນຂອງ ຫວຽດນາມ ໃນປີ 2017, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ບັນດາຜົນງານນີ້ໄດ້ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈ
 
ເສີມຂະຫຍາຍນ້ຳໃຈຮັກຊາດ,ເຈດຈຳນົງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພັດທະນາປະເທດຊາດໄວ ແລະ ຍືນຍົງ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ

“ປະເທດຊາດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ດ້ວຍບັນດາຜົນງານອັນໃຫຍ່ຫຼວງທີ່ບັນລຸໄດ້, ທ່ວງທ່າ ແລະ ກຳລັງ, ກຳລັງແຮງສັງລວມ, ອິດທິພົນຊື່ສຽງສາກົນຂອງປະເທດຊາດນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ສ້າງບັນດາປະຖົມປັດໄຈສຳຄັນເພື່ອສືບຕໍ່ປະຕິບັດບັນດາຈຸດໝາຍ ແລະ ໜ້າທີ່ເຊິ່ງກອງປະຊຸມໃຫຍ່ຄັ້ງທີ  12 ຂອງພັກໄດ້ວາງອອກຢ່າງມີໄຊ”. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເປີດເຜີຍໃຫ້ຮູ້ໃນການຕອບສຳພາດສື່ມວນຊົນໃນໂອກາດປີໃໝ່ 2018.

        ທົບທວນຄືນບັນດາໝາກຜົນແຫ່ງການພັດທະນາເສດຖະກິດ - ສັງຄົມພົ້ນເດັ່ນຂອງ ຫວຽດນາມ ໃນປີ 2017, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ບັນດາຜົນງານນີ້ໄດ້ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈ, ສ້າງບັນຍາກາດເບີກບານມ່ວນຊື່ນໃນທົ່ວສັງຄົມ, ສ້າງທ່ວງທ່າສະດວກນຳປະເທດຊາດສືບຕໍ່ພັດທະນາແບບຍືນຍົງ, ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກປະຊາຄົມສາກົນ. ສປຊ ໄດ້ຈັດອັນດັບດັດຊະນີພັດທະນາແບບຍືນຍົງຂອງ ຫວຽດນາມ ໃນປີ 2017 ແມ່ນໃນລະດັບ 68/157 ປະເທດ, ເຂດແຄ້ວນ, ເພີ່ມ 20 ຂັ້ນເມື່ອທຽບໃສ່ປີ 2016.

        ຕາມທ່ານປະທານປະເທດ ແລ້ວ, ປີ 2017, ແມ່ນປີຂີດໝາຍຜົນສຳເລັດຂອງ ຫວຽດນາມ ໃນແນວຮົມການຕ່າງປະເທດ ໃນຂະນະທີ່ ຫວຽດນາມ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດ ບ້ານໃກ້ເຮືອນຄຽງ, ພາກພື້ນ, ບັນດາປະເທດຄູ່ຮ່ວມມືໃຫຍ່, ບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ; ການເຄື່ອນໄຫວພົວພັນຕ່າງປະເທດ, ເຊື່ອມໂຍງ ແລະ ຮ່ວມມືສາກົນ ໄດ້ຮັບການຜັນຂະຫຍາຍໃນບັນດາຂົງເຂດການທູດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ທັງ 2 ຝ່າຍ ແລະ ຫຼາຍຝ່າຍ. ພິເສດ, ເຫດການ ປີ APEC 2017 ໄດ້ຮັບການຈັດຕັ້ງຢ່າງສຳເລັດຜົນອັນດີງາມແມ່ນຜົນງານດ້ານການຕ່າງປະເທດພົ້ນເດັ່ນ, ນຳ ຫວຽດນາມ ກາຍເປັນປະເທດໄດ້ຮັບຄວາມສົນໃຈຂອງທົ່ວໂລກ. ພ້ອມນັ້ນ, ເຫດການນີ້ກໍ່ເປີດແງ່ຫວັງໃໝ່ກ່ຽວກັບການເຕີບໂຕການລົງທຶນ, ການຄ້າ ແລະ ດຳເນີນທຸລະກິດໃຫ້ແກ່ພາກພື້ນ ອາຊີ - ປາຊີຟິກ ແລະ ຫວຽດນາມ.

        ໃນປີ 2018, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຖືວ່າ: ສະພາບການໂລກ ແລະ ພາຍໃນປະເທດມີທັງຄວາມສະດວກ, ກາລະໂອກາດ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍສະຫລັບຊັບຊ້ອນກັນ; ວາງອອກຫຼາຍບັນຫາໃໝ່, ຄຳຮຽກຮ້ອງໃໝ່ໃຫຍ່ຫຼວງກ່ວາ, ສັບສົນກ່ວາຕໍ່ພາລະກິດແຫ່ງການປ່ຽນແປງໃໝ່, ພັດທະນາປະເທດຊາດ ແລະ ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ໃນສະພາບການນັ້ນ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ຕ້ອງເສີມຂະຫຍາຍກຳລັງແຮງຂອງນ້ຳໃຈສາມັກຄີຢ່າງສູງສຸດ, ເຈດຈຳນົງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍາກແຍ່ງກາລະໂອກາດ, ຜ່ານຜ່າສິ່ງທ້າທາຍເພື່ອກ້າວເດີນຢ່າງໜັກແໜ້ນ.      

ຕອບກັບ

ຂ່າວ/ບົດ​ອື່ນ