ເສີມຂະຫຍາຍບົດ ບາດຂອງບັນດາ ທ້ອງຖິ່ນໃນການ ເຊື່ອມໂຍງເຂົ້າກັບ ສາກົນ

ເສີມຂະຫຍາຍບົດ ບາດຂອງບັນດາ ທ້ອງຖິ່ນໃນການ ເຊື່ອມໂຍງເຂົ້າກັບ ສາກົນ - ảnh 1
ພາບປະກອບ

(vovworld) -  ຕອນ​ເຊົ້າ​ວັນ​ທີ 30/5 ຢູ່ ນະຄອນ ​ໂຮ່ຈີ​ມີນ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ການ​​ໂອ້​ລົມ​ສົນທະນາ ​ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ໄລຍະ​ຜ່ານ​ມາ ​ແລະ ການ​ກຳນົດ​ທິດ​ຮອດ​ປີ 2020”. ​ເຂົ້າ​ຮ່ວມ​ການ​​ໂອ້​ລົມ​ສົນທະນາ ມີ​ການ​ນຳ 21 ​ແຂວງ, ນະຄອນ ​ທາງ​ພາກ​​ໃຕ້. ການ​​ໂອ້​ລົມ​ສົນທະນາ​ຖືກ​ຈັດ​ຂຶ້ນ​ເພື່ອ​ເກັບ​ກຳ​ຄວາມ​ເຫັນ​ຂອງ​ບັນດາ​ແຂວງທາງ​ພາກ​ໃຕ້​​ເພື່ອ​ປະກອບ​ໃສ່​ຮ່າງ​ມະຕິ​ຂອງ​ກົມ​ການ​ເມືອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ຕາມ​ການ​ຊີ້​ນຳ​ຂອງ​ນາຍົກລັດຖະມົນຕີ.

        ບັນດາ​ຄຳ​ເຫັນ​ນະ​ທີ່​ນີ້ ລ້ວນ​ແຕ່​ຖື​ວ່າ: ​ໃນ​ສະພາບ​ການ​ປະຈຸ​ບັນ, ຢາກ​ຍູ້​​ແຮງ​ການ​ພັດທະນາ​ເສດຖະກິດ ຕ້ອງ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ, ​ໃນ​ນັ້ນ ບົດບາ​ດຂອງ​ບັນດາ​ທ້ອງ​ຖິ່ນ​ແມ່ນ​ສຳຄັນ​ທີ່​ສຸດ​ໃນ​ການ​ເປ​ັນ​ເຈົ້າ​ການ, ຕັ້ງຫນ້າ ​ເຂົ້າ​ຮ່ວມ​ຍົກ​ສູງ​ການ​ພົວພັນ​ຮ່ວມ​ມື​ກັບ​ຄູ່​ຮ່ວມ​ມື, ປະຕິບັດ​ບັນດາ​ສັນຍາ​ສອງ​ຝ່າຍ. ທ່ານ Do Van Long ຮອງຫົວຫນ້າ​ພະ​ແນ​ກອຸດສາຫະກຳ ການ​ຄ້າ, ສະມາຊິກ​ຄະນະ​ຊີ້​ນຳ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ຂອງ​ແຂວງ Ba Ria Vung Tau ​ເວົ້າ​ວ່າ:

        “ຄວາມ​ຈິງ​ແລ້ວ ຄວາມ​ຮັບ​ຮູ້​ກ່ຽວ​ກັບການ​ປະຕິບັດ​ຫນ້າ​ທີ່​ຂອງ​ຄະນະ​ຊີ້​ນຳ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢູ່ ທ້ອງ​ຖິ່ນ ​​​ແມ່ນບໍ່​ສະໝຳ່ສະ​ເໝີ ​ແລະ ​ເກືອບ​ຄື​ວ່າວຽກ​ງານ​ການ​ເຊື່ອມ​ໂຍງ​ປະຕິບັດ​ຕາມ​ລະບົບ​ການ​ທູດ. ສ່ວນ​ຢູ່ບັນດາ​ຂະ​ແຫນງ​ອື່ນ ການ​ເຊື່ອມ​ໂຍງ​​ເຂົ້າກັບ​ສາກົນ​ບໍ່​ທັນ​ຈະ​ແຈ້ງ.”

ຂ່າວ/ບົດ​ອື່ນ