ເສີມຂະຫຍາຍບົດບາດ ຂອງຊາວໜຸ່ມປະຈັນບານ, ອາສາສະໝັດ, ຜ່ານຜ່າຄວາມຫຍຸ້ງຍາກ, ມີຫົວຄິດປະດິດສ້າງ

ເສີມຂະຫຍາຍບົດບາດ ຂອງຊາວໜຸ່ມປະຈັນບານ, ອາສາສະໝັດ, ຜ່ານຜ່າຄວາມຫຍຸ້ງຍາກ, ມີຫົວຄິດປະດິດສ້າງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ຍ້ອ​ງຍໍ ​ແລະ
ອວຍພອນ​ບັນດາ​​ໄວໜຸ່ມ​ ຫວຽດນາມ ທີ່​ດີ​ເດັ່ນປີ 2013
(ພາບ: qdnd.vn)

(vovworld) - ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​​ໂຮ່ຈິ​ມິນ ຄວນສົມທົບ​ກັນຢ່າງ​ແໜ້ນ​ແຟ້ນກັບ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ, ບັນດ​າອົງການ, ຄະນະ, ຂະ​ແໜງ​ການ ທີ່​ກ່ຽວ​ຂ້ອງເພື່ອ​ສືບ​ຕໍ່​ຈັດ​ຕັ້ງ​ການ​ປະຕິບັດບັນດາ​ການ​ເຄື່ອນ​ໄຫວ​ເບິ່ງ​ແຍງດູ​ແລ, ​ເສີມ​ຂະຫຍາຍ​ບົດບາດ​ອັນໃຫຍ່​ຫຼວງ​ຂອງ​ໄວ​ໜຸ່ມ​ຫວຽດນາມ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​​ແທດ​ຈິງ ​ເພື່ອ​ໃຫ້​ລຸ່ນໜຸ່ມ​ຫວຽດນາມ ກາຍ​ເປັນ​ເສົາ​ຄ້ຳ​ຂອງ​ປະ​ເທດຊາດ​ຢ່າງ​ແທດ​ຈິງ, ຍາມ​ໃດ​ກໍ່​​​ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ທົ່ວ​ພັກ, ທົວກອງທັບ ​ແລະ ທົ່ວ​ປວງ​ຊົນ​. ທ່ານ​ນາຍົກລັດຖະມົນຕີ ​ຫງວຽນ​ເຕີນ​ຢຸງ ໄດ້​ເນັ້ນ​ໜັກ​​ສິ່ງ​ດັ່ງກ່າວ​ທີ່​ການ​ເຮັດ​ວຽກ​ກັບ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ໃນ​ວັນ​ທີ 22/03 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 83 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຮັບ​ຮູ້, ຕີ​ລາຄາ​ສູງ, ຍ້ອ​ງຍໍ ​ແລະ ອວຍພອນ​ບັນດາ​​ໄວໜຸ່ມ​ ຫວຽດນາມ ທີ່​ດີ​ເດັ່ນປີ 2013, ທ່ານ​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ບັນດາ​ບຸກຄົນ​ດີ​ເດັ່ນ, ມີ​ແງ່​ຫວັງ​ສືບ​ຕໍ່ມານະ​ພະຍາຍາມ, ສູ້​ຊົນ​ກວ່າ​ອີກ ​ເພື່​ອ​ສົມ​ເປັນ​​ໄວ​ໜຸ່ມ​ແບບຢ່າງ​ທີ່​ດີ​ເດັ່ນ, ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ຂອງ​ໄວ​ໜຸ່ມ​ຫວຽດນາມ.

ຂ່າວ/ບົດ​ອື່ນ