ເສີມຂະຫຍາຍບົດບາດ ຂອງຜູ້ມີອາຍຸສູງ ໃນການປົກປັກຮັກ ສາອະທິປະໄຕ, ຄວາມສະຫງົບເຂດຊາຍແດນ,ທະເລເກາະ

ເສີມຂະຫຍາຍບົດບາດ ຂອງຜູ້ມີອາຍຸສູງ ໃນການປົກປັກຮັກ ສາອະທິປະໄຕ, ຄວາມສະຫງົບເຂດຊາຍແດນ,ທະເລເກາະ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ
(ພາບ: VGP/Lê Sơn)


(vovworld) – ຕອນ​ເຊົ້າ​ວັນ​ທີ 12/12, ຢູ່ ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຍ້ອງຍໍ​ຊົມ​ເຊີຍ​ຜູ້​ມີ​ອາຍຸ​ສູງ​ດີ​ເດັ່ນທີ່​ເຂົ້າ​ຮ່ວມ​ການ​ປົກ​ປັກຮັກສາ​ອະທິປະ​ໄຕ, ຄວາມ​ສະຫງົບ​ເຂດ​ຊາຍ​ແດນ, ​ທະ​ເລ​ເກາະ. ຜູ້​ແທນ​ອາຍຸ​ສູງທີ່​ດີ​ເດັ່ນ 230 ຄົນ​ທີ່​ມາ​ຈາກບັນດາ​ແຂວງ​ຊາຍ​ແດນ, ໝູ່​ເກາະ ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​ເຊີຍ​ທີ່​ກອງ​ປະຊຸມ.

    ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ປະ​ເທດ​ຊາດ ​ແລະ ປະຊາຊົນ​ຈົດ​ຈຳ​ການ​ເສຍສະຫຼະ, ການປະກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ວິລະ​ຊົນ, ນັກຮົບ​ທີ່ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ຊາວ ຫວຽດນາມ ລຸ້ນຕ່າງໆ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຕະຫຼອດ​ໄປ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ຜູ້​ມີ​ອາຍຸ​ສູງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ສູນ​ກາງ​ສະມາຄົມ​ຜູ້​ອາຍຸ​ສູງ ຫວຽດນາມ ​ແລະ ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ ສືບຕໍ່ປະຕິບັດ​ລາຍກາ​ນສົມທົບ, ພ້ອມ​ທັງ​ມີ​ຫຼາຍ​ວິທີ​ຍ້ອງຍໍ​ຊົມ​ເຊີຍບັນດາ​ແບບຢ່າງ​ດີ​ເດັ່ນ, ​ເຜີຍແຜ່, ທະວີ​ຄຸນ​ບັນ​ດາບົດ​ຮຽນ, ຮູບ​ແບບ ​ແລະ ວິທີ​ເຮັດ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ວຽກ​ງານ​ປົກປັກຮັກສາ​ອະທິປະ​ໄຕ, ຄວາມ​ສະຫງົບ​ເຂ​ດຊາຍ​ແດນ, ​ທະ​ເລ​​ເກາະ​ຢູ່​ທ້ອງ​ຖີ່​ນຈຳນວນ​ໜື່ງ.

 


 
ຂ່າວ/ບົດ​ອື່ນ