ເສີມຂະຫຍາຍບົດບາດຂອງ AIPA ໃນການສ້າງປະຊາຄົມອາຊຽນໃຫ້ປະກົດຜົນເປັນຈິງ

ເສີມຂະຫຍາຍບົດບາດຂອງ AIPA ໃນການສ້າງປະຊາຄົມອາຊຽນໃຫ້ປະກົດຜົນເປັນຈິງ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕອງ​ທິຟ້ອງ
ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ຄົບ​ຄະນະ
(ພາບ: TTXVN)

(Vovworld-) ວັນ​ທີ 19/9, ຢູ່ນະຄອນຫຼວງ ບານ​ດາ ​ເຊຣີ ​ເບ​ກາ​ວານ ​ແຫ່ງ ບຣູ​ໄນ, ​ໄດ້​ໄຂ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ AIPA ຄັ້ງ​ທີ 34 ດ້ວຍ​ຫົວ​ຂໍ້ “ ບົດບາດ​ຂອງ AIPA ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ” ຄະນະ​ຜູ້​ແທນ​ສະພາ​ແຫາງ​ຊາດຫວຽດນາມ ​ໂດຍ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຕອງ​ທິຟ້ອງ ນຳ​ໜ້າ​ໄດ້​ເຂົ້າ​ຮ່ວມ ກອງ​ປະຊຸມ​ສະມັດ ຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ AIPA ຄັ້ງ​ທີ 34. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ຄົບ​ຄະນະ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຕອງ​ທິຟ້ອງຖື​ວ່າ ກອງ​ປະຊຸມ​ສະມັດຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ AIPA ຄັ້ງ​ທີ 34 ຄວນ​ສຸມ​ໃສ່​ປຶກສາ​ຫາລື ​ແລະ ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ແນະ​ລະອຽດ, ​ແທດ​ຈິງ ​ແນ​ໃສ່​ຫຼຸດຜ່ອນ​ຄວາມ​ແຕກ​ຕ່າງ​ກັນ, ​ເພີ່​ມທະວີການ​ສ້າງ​ລະບົບ​ກົດໝາຍ​ໃຫ້​ກົມ​ກ່ຽວ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ​ບັນດາ​ປະ​ເທດ​ສະມາ​ຊິກອາ​ຊຽນ​ໃນ​ລະບົບ​ການ​ເມືອງ​ຂອງ​ແຕ່ລະ​ປະ​ເທດ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຕອງ​ທິຟ້ອງ ​ເນັ້ນ​ໜັກ​ວ່າ ສະພາ​ແຫ່ງ​ຊາດ​ຫວຽດນາມ​ສືບ​ຕໍ່​ປະກອບ​ສ່ວນຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ແນ​ໃສ່​ຍົກ​ສູງ​ບ​ົດ​ບາດຂອງ AIPA ​ໃນ​ການສ້າງ​ປະຊາ​ຄົມ​ອາ​ຊຽນ​​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ວັດທະນາ​ຖາວອນ.

ຂ່າວ/ບົດ​ອື່ນ