ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຂະ​ແໜງ Logistics ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ

(VOVWORLD) - ທ່ານຈິ່ງດິ່ງຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະເໜີໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ຄົ້ນຄ້ວາ, ສ້າງແຜນຮ່າງບູລະນະກົງຈັກບຸກຄະລາກອນໃຫ້ເໝາະສົມເພື່ອຊ່ວຍວຽກຄະນະກຳມະການຊີ້ນຳແຫ່ງຊາດກ່ຽວກັບກົນໄກປະຕູດຽວອາຊຽນ.
ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຂະ​ແໜງ Logistics ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ - ảnh 1ທ່ານຈິ່ງດິ່ງຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມກ່າວຄຳເຫັນທີ່ເວທີປາໄສ (ພາບ: VGP) 

ຕອນເຊົ້າວັນທີ 26 ພະຈິກ, ຢູ່ຮ່າໂນ້ຍກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ສົມທົບກັບທະນາຄານໂລກປະຈຳຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍຈັດຕັ້ງເວທີປາໄສ Logistics ຫວຽດນາມ 2020 ດ້ວຍຫົວຂໍ້ວ່າ “ຫຼຸດຜ່ອນຄ່າ Logistics ລົງ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງໃນສະພາບເຊື່ອມໂຍງເຂົ້າກັບເສດຖະກິດສາກົນ”.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານຈິ່ງດິ່ງຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະເໜີໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ຄົ້ນຄ້ວາ, ສ້າງແຜນຮ່າງບູລະນະກົງຈັກບຸກຄະລາກອນໃຫ້ເໝາະສົມເພື່ອຊ່ວຍວຽກຄະນະກຳມະການຊີ້ນຳແຫ່ງຊາດກ່ຽວກັບກົນໄກປະຕູດຽວອາຊຽນ, ກົນໄກປະຕູດຽວແຫ່ງຊາດ ແລະ ສ້າງຄວາມສະດວກດ້ານການຄ້າ ເພື່ອຜັນຂະຫຍາຍໜ້າທີ່ປະສານງານແລະພັດທະນາ Logistics ແຫ່ງຊາດ. ຈາກນັ້ນເສີມຂະຫຍາຍປະສິດທິພາບ, ປະສິດທິຜົນຂອງກົນໄກລະຫວ່າງ ຂະແໜງຢ່າງແຮງ, ສົມທົບແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນເພື່ອສ້າງໂຄງປະກອບລະບົບສະໜອງ, ການບໍລິການ Logistics  ສາກົນ  ແລະ ພາຍໃນປະເທດຄືນໃໝ່ຢ່າງທັນການ ພາຍຫຼັງໂລກລະບາດໂຄວິດ - 19 ສິ້ນສຸດ ເພື່ອຟື້ນຟູເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ