ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ຂອງ​ຊາວ ຫວຽດ​ນາມ​ ອາ​ໄສ ຢູ່​ຕ່າງ​ປະ​ເທດ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ

(VOVWORLD) -  ກອງປະຊຸມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດໃນທົ່ວໂລກ ຄັ້ງທີ  IV ແລະ ເວທີປາໄສພູມປັນຍາ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ຕ່າງປະເທດ ປີ 2024 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ; ການນຳບັນດາຄະນະ, ກະຊວງ, ຂະແໜງການ ພ້ອມດ້ວຍຊາວ ຫວຽດນາມ 400 ຄົນ ທີ່ອາໄສຢູ່ 42 ປະເທດ ແລະ ເຂດແຄວ້ນໃນໂລກ.
ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ຂອງ​ຊາວ ຫວຽດ​ນາມ​ ອາ​ໄສ ຢູ່​ຕ່າງ​ປະ​ເທດ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກ່າວຄຳເຫັນທີ່ພິທີໄຂ (ພາບ: VOV)

ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ:

          “ໃນຮອບເວລາກວ່າ 30 ປີ, ເງິນຕາຕ່າງປະເທດທີ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດສົ່ງກັບເມືອປະເທດບັນລຸກວ່າ 200 ຕື້ USD, ເທົ່າກັບການປ່ອຍເງິນລົງທຶນໂດຍກົງຈາກຕ່າງປະເທດໃນໄລຍະດຽວກັນ. ໄລ່ຮອດທ້າຍປີ 2023, ຊາວ ຫວຽດນາມ ຢູ່ຕ່າງປະເທດໄດ້ລົງທຶນ 421 ໂຄງການທີ່ນຳໃຊ້ທຶນລົງທຶນໂດຍກົງຈາກຕ່າງປະເທດ ດ້ວຍຍອດທຶນຈົດທະບຽນ 1,72 ຕື້ USD; ພ້ອມດຽວກັນນັ້ນ ມີວິສາຫະກິດນັບພັນແຫ່ງ ມີເງິນລົງທຶນຂອງຊາວ ຫວຽດນາມ ທີ່ອາໄສ ຢູ່ຕ່າງປະເທດ. ນັ້ນແມ່ນຕົວເລກທີ່ສາມາດຄິດໄລ່ໄດ້, ໄປຄຽງຄູ່ກັນນັ້ນ ຍັງມີການປະກອບສ່ວນຫຼາຍຢ່າງກ່ຽວກັບທາງດ້ານພູມປັນຍາທີ່ບໍ່ສາມາດຄິດໄລ່ໄດ້”.

ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ຂອງ​ຊາວ ຫວຽດ​ນາມ​ ອາ​ໄສ ຢູ່​ຕ່າງ​ປະ​ເທດ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນຢູ່ເວທີປາໄສ (ພາບ: VOV)

          ເວທີປາໄສພູມປັນຍາ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ຕ່າງປະເທດ ປີ 2024 ໄດ້ດຳເນີນພາຍຫຼັງພິທີໄຂ ດ້ວຍຫົວຂໍ້ “ພູມປັນຍາ ແລະ ນັກຊ່ຽວຊານທີ່ເປັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ປະກອບຄຳເຫັນກ່ຽວກັບບັນດາບັນຫາພັດທະນາສີຂຽວ, ຍືນຍົງຂອງປະເທດຊາດ”. ນະທີ່ນີ້, ບັນດາຜູ້ແທນໄດ້ປະກອບຫຼາຍຄຳເຫັນຢ່າງເລິກເຊິ່ງກ່ຽວກັບທ່າອ່ຽງພັດທະນາຂອງໂລກ ແລະ ພາກພື້ນ ກໍຄືບັນດາມາດຕະການລະອຽດໃຫ້ແກ່ ຫວຽດນາມ ໃນສະພາບການໃໝ່. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວ່າ:

          “ທີໜຶ່ງ, ວຽກງານກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງໆ ຕ້ອງສະແດງອອກຢ່າງຄົບຖ້ວນ ແລະ ເສີມຂະຫຍາຍມູນເຊື້ອມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນຢ່າງດີ. ທີສອງ, ຕ້ອງເສີມຂະຫຍາຍແຫຼ່ງກຳລັງຢ່າງໃຫຍ່ຫຼວງ, ນ້ຳໃຈຮັກຊາດຂອງພໍ່ແມ່ພີ່ນ້ອງຢູ່ຕ່າງປະເທດ ອວ່າຍໜ້າເມືອງຫາບ້ານເກີດເມືອງນອນ, ປະເທດຊາດ, ພ້ອມທັງສະແດງອາລົມຈິດ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງພັກ, ລັດ ໃນການເບິ່ງແຍງດູແລປະຊາຊົນ ຫວຽດນາມ ຢູ່ຕ່າງປະເທດ ຢ່າງແຮງ, ຕັ້ງໜ້າ ແລະ ມີປະສິດທິຜົນກວ່າອີກ. ທີສາມແມ່ນ, ວຽກງານສຳລັບຊາວ ຫວຽດນາມ ແລະ ຕ່າງປະເທດ ຕ້ອງມີລັກສະນະຄົບຊຸດ, ຮອບດ້ານ, ກວມລວມ ແລະ ກຳນົດຄວາມຮັບຜິດຊອບຢ່າງຈະແຈ້ງຂອງທັງລະບົບການເມືອງ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ ທີ່ສະຫງ່າຜ່າເຜີຍ ແລະ ນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ ສົມທົບກັບການສ້າງກົນໄກ, ນະໂຍບາຍ ກັບວຽກງານຂົນຂວາຍ ແລະ ຊ່ວຍເຫຼືອປະຊາຄົມ”.

ລານເຟືອງ

ຕອບກັບ

ຂ່າວ/ບົດ​ອື່ນ