ເສີມຂະຫຍາຍບົດບາດຂອງສື່ມວນຊົນໃນພາລະກິດປ່ຽນໃໝ່ປະເທດຊາດ

ເສີມຂະຫຍາຍບົດບາດຂອງສື່ມວນຊົນໃນພາລະກິດປ່ຽນໃໝ່ປະເທດຊາດ - ảnh 1
ທ່ານ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ
​ຫວຽດນາມ ຫງວຽນ​ຟູ໋ຈ້ອງ
(ພາບ​ປະ​ກອບ)

(vovworld) - ວັນ​ທີ 21/6, ​​ແມ່ນ​ວັນ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ​ຄົບຮອບ 90 ປີ (21/6/1925-21/6/2015). ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ:“​ເສີມ​ຂະຫຍາຍ​ບົດບາດ​ຂອງ​ສື່​ມວນ​ຊົນ​ໃນ​ພາລະກິດ​ປ່ຽນ​ໃໝ່​, ສ້າງສາ ​ແລະ ປົກ​ປັກ​ຮັກສາປະ​ເທດ​ຊາດ“ ​ໃນ​ນັ້ນ​ທ່ານ​ເລຂາທິການ​ໃຫຍ່ ​ໄດ້​ເຕື້ອງ​ເຖິງ​ບົດບາດ​ຂອງ​ສື່​ມວນ​ຊົນ, ທ່ານ​ຢືນຢັນ​ວ່າ, ຊື່​ມວນ​ຊົນ​ປະຕິວັດ​ແມ່ນ​ອາວຸດ​ທີ່​ແຫຼມ​ຄົມ​ເພື່ອ​ຊຸກຍູ້​ສັງຄົມກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. 90 ປີຜ່ານມາ, ພື້ນ​ຖານ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ ​ໂດຍ​ປະທານ ​ໂຮ່ຈີ​ມິນ​ກໍ່​ຕັ້ງ ​ແລະ ນຳພາ, ຍາມ​ໃດ​ກໍ່​ຮ່ວມ​ເດີນທາງ​ພ້ອມ​ກັບ​ໄລຍະ​ທາງ​ຕໍ່ສູ້​ຢ່າງ​ກ້າ​ຄົງ​ອົງອາດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ປະຊາຊົນ​ຫວຽດນາມ, ​ເພື່ອ​ເອກະລາດ​ແຫ່ງ​ຊາດ, ລັດທິ​ສັງຄົມ​ນິຍົມ. ກ້າວ​ເຂົ້າ​ສູ່​ໄລຍະ​ປ່ຽນ​ໃໝ່, ​​ໃນ​ເກືອບ 30 ປີຜ່ານມາ, ສື່​ມວນ​ຊົນ​ບັນລຸ​ໄດ້ຜົນ​ງານ​ທີ່​ສຳຄັນ​ຫຼາຍ​ຢ່າງ. ບັນດາ​ນັກ​ຂ່າວ​ຍາມ​ໃດ​ກໍ່​ໃກ້ຊິດຕິດ​ແທດ​ກັບ​ພຶດຕິ​ກຳ​ຕົວ​ຈິງ​ຢ່າງ​ມີ​ຊີວິດ​ຊີວາ; ຍ້ອງຍໍ​ແບບຢ່າງ​ທີ່​ດີ​ເດັ່ນ; ​ເປັນ​ເຈົ້າ​ການ​ຕໍ່ສູ້​ຕ້ານ​ບັນດາ​ປະກົດ​ການ​ທີ່​ຫຍໍ້​ທໍ້; ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ອັນ​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ. ສື່​ມວນ​ຊົນ​ໄດ້​ປະກອບສ່ວນ​ຢ່າງ​ຫຼວງ​ຫຼາຍ​ເຂົ້າ​ໃນ​ການ​ເປີດ​ກວ້າງ​ການ​ພົວພັນ​ກັບ​ຕ່າງປະ​ເທດ; ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ໂຄສະນາ, ​ແນ​ະນຳ​ປະ​ເທດ​ຊາດ, ປະຊາຊົນ, ວັດທະນະທຳ​ຫວຽດນາມ​​ເຖິງ​ເພື່ອນ​ມິດສາ​ກົນ.

ປະຈຸ​ບັນ, ທົ່ວ​ປະ​ເທດ​ມີ 849 ອົງການ​ສື່​ສິ່ງ​ພິມ, 67 ສະຖານີ​ວິທະຍຸ​ກະຈາຍສຽງ - ​ໂທລະພາບ, 98 ໜັງສືພິມ, ວາລະສານ​ສື່​ເອ​ເລກ​ໂຕ​ນິກ, ສຳນັກ​ຂ່າວສານ​ແຫ່ງ​ຊາດ 1 ​ແຫ່ງ. ປີ 2009 ຜູ້​ທີ່​ເຮັດ​ວຽກ​ງານ​ສື່​ມວນ​ຊົນ​ມີ 31.000 ຄົນ, ປະຈຸ​ບັນ​ໄດ້​ມີ 35.000 ຄົນ. ທ່ານເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ຮຽກຮ້ອງ​ຜູ້​ທີ່​ເຮັກ​ວຽກ​ງານ​ສື່​ມວນ​ຊົນ​ຕ້ອງ​ຫຼໍ່​ຫຼອມ, ຍົກ​ສູງ​ຄວາມ​ຮູ້​ດ້ານ​ການ​ເມືອງ, ລະດັບ​ວິຊາ​ສະ​ເພາະ, ພິ​ເສດ​ແມ່ນ​ຈັນ​ຍາ​ບັນ​ນັກ​ຂ່າວຢ່າງ​ບໍ່​ຢຸດ​ຢັ້ງ. ນັກ​ຂ່າວ​ປະຕິວັດ​ຕ້ອງ​ມີ​ຄຸນ​ນະ​ທາດ​ປະຕິວັດ, ຮັກສາ​ບົດບາດ​ທິດ​ທາງ​ສື່ສານ, ພ້ອມ​ທັງ​ຕອບ​ສະໜອງ​ສິດ​ສື່ສານ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃຫ້​ດີ​ທີ່​ສຸດ.

ທ່ານເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ສະ​ເໜີ​ບັນດາ​ອົງການ​ສື່​ມວນ​ຊົນ, ຄຸ້ມ​ຄອງ​ສື່​ມວນ​ຊົນ​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ເປັນ​ເສນາ​ທິການ, ວາງ​ແຜນ​ນະ​ໂຍບາຍ, ​ແນວທາງ​ພັດທະນາ ​ແລະ ຄຸ້ມ​ຄອງ​ສື່​ມວນ​ຊົນ. ບັນດາ​ອົງການ​ຄຸ້ມ​ຄອງ​ສື່​ມວນ​ຊົນ​ຄວນ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ, ​ແຕ່​ກໍ່​ຕ້ອງ​ເປີດ​ອົກ​ເປີດ​ໃຈ​ກວ່າໃນ​ການ​ສະໜອງ​ຂໍ້​ມູນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ສື່​ມວນ​ຊົນ; ລົງທຶນ​ໃຫ້​ແກ່​ການ​ພັດທະນາ​ສື່​ມວນ​ຊົນ​ຕາມ​ທິດ​ທັນ​ສະ​ໄໝ.

ທ່ານເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ສະ​ເໜີ​ບັນດາ​ອົງການ​ສື່​ມວນ​ຊົນ​ສຸມ​ໃສ່​ໂຄສະນາ​ປຸກລະດົມ​ບັນດາ​ຂະ​ບວນການ​ແຂ່ງຂັນ, ຈັດ​ຕັ້ງ​ເພື່ອ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ປະກອບ​ຄວາມ​ເຫັນ​ໃສ່​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ພັກ​ທົ່ວ​ປະ​ເທດ​ຄັ້ງ​ທີ 12. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ຢືນຢັນ​ທັດສະນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ແນວທາງ​ປ່ຽນ​ໃໝ່​ຂອງ​ພັກ, ​ເດັດ​ດຽວ​ຕໍ່ສູ້​ຕ້ານ​ບັນດາ​ຖ້ອຍ​ທຳນອງ​ເສກ​ສັນ​ປັ້ນ​ແຕ່ງ​ຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ, ທີ່​ສວຍ​ໃຊ້​ສິດ​ເສລີ, ປະຊາທິປະ​ໄຕ, ທວງ​ໃຫ້​ມີ​ຫຼາຍ​ພັກ. ສື່​ມວນ​ຊົນ​ຕ້ອງ​ນຳ​ໜ້າ​ໃນ​ແນວ​ຮົບ​ດ້ານ​ແນວ​ຄິດ, ​ເປີດ​ເຜີຍ​ກົນອຸ​ບາຍ​ຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ, ປັບປຸງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ຕໍ່​ພັກ, ລັດ ​ແລະ ລະບອບ.


ຂ່າວ/ບົດ​ອື່ນ