ເສີມຂະຫຍາຍບົດບາດຂອງອາຊຽນເພື່ອສ້າງຄວາມດຸ່ນດ່ຽງດ້ານຄວາມໝັ້ນຄົງໃນພາກພື້ນ

ເສີມຂະຫຍາຍບົດບາດຂອງອາຊຽນເພື່ອສ້າງຄວາມດຸ່ນດ່ຽງດ້ານຄວາມໝັ້ນຄົງໃນພາກພື້ນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປ​ຣາ​ຢຸດ ຈັນ​ໂອ​ຊາ
ພາບ:internet

(vovworld)- ໃນ​ບົດ​ກ່າວ​ປາ​ໄສ​ໄຂກອງ​ປະ​ຊຸມ Shangri La ຄັ້ງ​ທີ 15 ຊື່ງ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 3/6, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປ​ຣາ​ຢຸດ ຈັນ​ໂອ​ຊາ ໄດ​້​ເນັ້ນ​ໜັກ​ເຖິງ​ອົງ​ປະ​ກອບ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ ພວມ​ “ຂາດ​ຄວາມ​ດຸ່ນ​ດ່ຽງ​ເໝາະ​ສົມ” ແລະ ສົງ​ຄາມ​ເຢັນ​ສິ້ນ​ສຸດ​ໄດ້​ສ້າງ​ໂລກ​​ຫລາຍ​ຂົ້ວ, ບໍ່​ມີບັນ​ດາ​ກົດ​ໝາຍ​ ເຮັດ​ໃຫ້​ການ​ຂາດ​ສະ​ຖຽນ​ລະ​ພາບ​ເພີ່ມ​ຂຶ້ນ. ຕາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ແລ້ວ, ບັນ​ດາ​ປະ​ເທດ​ຄວນ​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ​ເພື່ອ​ຍົກ​ສູງ​ຄວາມ​ເຂົ້າ​ໃຈ, ການ​ຮ່ວມ​ມື ແລະ ຫນູນ​ຊ່ວຍ​ເຊິ່ງ​ກັນ ແລະ​ກັນ ກໍ​ຄື​ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ ແລະ ​ຫນູນ​ຊ່ວຍ​ບັນ​ດາ​ປະ​ເທດທີ່​ພວມ​ເກີດ​ບັນ​ຫາ​ພາຍ​ໃນ​ປະ​ເທດ​ກໍ​ຄື​ພາກ​ພື້ນ ແລະ ສາ​ກົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ຖື​ວ່າ: ອາ​ຊຽນ ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ສ້າງ​ທ່າ​ດຸ່ນ​ດ່ຽງ​ໃຫມ່​ໃນ​ພາກ​ພື້ນ.

ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ເລັ່ງ​ລັດ​ບັນ​ດາ​ຝ່າຍ ຄວນ​ເລືອກ​ເຟັ້ນ​ການ​ຮ່ວມ​ມື​ແທນ​ທີ່​ສູ້​ຢັນ​ກັນ ພ້ອມ​ທັງຖື​ວ່າ ທຸກ​ຝ່າຍ​ຄວນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮ່ວມ, ມີ​ລັກ​ສະ​ນະ​ສ້າງ​ສັນ ເພື່ອ​ໃຫ້​ບັນ​ດາ​ຄຳ​ຖະ​ແຫລງ​ອະ​ທິ​ປະ​ໄຕ​ບໍ່​ກາຍ​ເປັນ​ຮົ້ວ​ກີດ​ຂວາງ. ພິ​ເສດ ຕາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ແລ້ວ, ອາ​ຊຽນ ຄວນ​ເປັນ​ເອ​ກະ​ພາບ​ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ເຂດ​ທ​ະ​ເລນີ້ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ທຸກ​ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ