ເສີມຂະຫຍາຍບົດບາດຂອງເຈົ້າກົກເຈົ້າເຫຼົ່າ, ຜູ້ມີອິດທິພົນຊື່ສຽງຢູ່ບັນດາຕາແສງເຂດຊາຍແດນ

(VOVWORLD) - ແຂວງ ກ໋ວາງນາມ ມີເສັ້ນຊາຍແດນ ຫວຽດນາມ - ລາວ ຍາວກ່ວາ 157 ກມ, ໄປຜ່ານສອງເມືອງ ນາມຢາງ ແລະ ໄຕຢາງ.

ເພື່ອມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 30 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາຍແດນ (3/3/1989 – 3/3/2019) ແລະ 60 ປີແຫ່ງວັນມູນເຊື້ອທະຫານປ້ອງກັນຊາຍແດນ (3/3/1959 – 3/3/2019), ຕອນບ່າຍວັນທີ 19 ກັນຍາ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກ໋ວາງນາມ ໄດ້ພົບປະກັບເຈົ້າກົກເຈົ້າເຫຼົ່າ, ຜູ້ມີອິດທິພົນຊື່ສຽງດີເດັ່ນ 46 ຄົນຢູ່ບັນດາຕາແສງເຂດຊາຍແດນຂອງແຂວງ.

        ແຂວງ ກ໋ວາງນາມ ມີເສັ້ນຊາຍແດນ ຫວຽດນາມ - ລາວ ຍາວກ່ວາ 157 ກມ, ໄປຜ່ານສອງເມືອງ ນາມຢາງ ແລະ ໄຕຢາງ. ໃນໄລຍະຜ່ານມາ, ພະນັກງານ, ນັກຮົບທະຫານປ້ອງກັນຊາຍແດນແຂວງ ກ໋ວາງນາມ ຍາມໃດກໍ່ໄດ້ຮັບການອຸ້ມຊູ່ຊ່ວຍເຫຼືອ, ສ້າງເງື່ອນໄຂສະດວກຈາກພະນັກງານ, ປະຊາຊົນຢູ່ເຂດຊາຍແດນ, ໂດຍສະເພາະແມ່ນບັນດາເຈົ້າກົກເຈົ້າເຫຼົ່າ, ຜູ້ມີອິດທິພົນຊື່ສຽງ.

        ທ່ານ ພັນໂທ ຫງວຽນຊວນແບກ, ກຳມະການການເມືອງທະຫານປ້ອງກັນຊາຍແດນແຂວງ ກ໋ວາງນາມ ຢັ້ງຢືນວ່າ: ບັນດາເຈົ້າກົກເຈົ້າເຫຼົ່າ, ຜູ້ມີອິດທິພົນຊື່ສຽງມີບົດບາດສຳຄັນໃນການຂົນຂວາຍປະຊາຊົນລົບລ້າງບັນດາຮີດຄອງປະເພນີທີ່ຫຼ້າຫຼັງ; ປຸກລະດົມໃຫ້ລູກຫຼານໄປເຂົ້າໂຮງຮຽນຖືກຕາມເກນອາຍຸ, ນຳໜ້າໃນການສ້າງ, ການດຳລົງຊີວິດແບບໃໝ່, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ບ້ານ, ບໍ່ເຄື່ອນຍ້າຍແບບຊະຊາຍ. ບັນດາວຽກງານທີ່ເຕັມໄປດ້ວຍຄວາມໝາຍນີ້ໄດ້ປະກອບສ່ວນສຳຄັນໃນວຽກງານການສ້າງທ່າຮົບໃນໃຈຂອງປະຊາຊົນ ແລະ ພື້ນຖານທົ່ວປວງຊົນປ້ອງກັນຊາຍແດນໃຫ້ໝັ້ນຄົງເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ