ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດຫວຽດນາມໃນຂະບວນການແຂ່ງຂັນຕ່າງໆ

ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດຫວຽດນາມໃນຂະບວນການແຂ່ງຂັນຕ່າງໆ - ảnh 1
​ກອງ​ປະຊຸມ​ກຸ່ມ​ແຂ່ງຂັນ​ບັນດາ​ແຂວງ​ແຄມ​ທະ​ເລ​ທາງ​ພາກ​ກາງ
(ພາບ: TTXVN)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 07/12 ທີ່​ນະຄອນ ຕູຍ​ຮ່ວາ ​ແຂວງ ຟູ​ອຽນ ຄະນະ​ປະຈຳຄະ​ນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ກຸ່ມ​ແຂ່ງຂັນ​ບັນດາ​ແຂວງ​ແຄມ​ທະ​ເລ​ທາງ​ພາກ​ກາງ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຕີ​ລາຄາ​ໝາກຜົນ​ແຫ່ງການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ປີ 2016; ​ພ້ອມ​ທັງ​ປຶກ​ສາ​ຫາລື​ສ​້າງທິດ​ທາງ​ການ​ເຄື່ອນ​ໄຫວ​ຈຸດສຸມໃນ​ປີ 2017 ​ແມ່ນ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ​ໃນ​ຂະ​ບວນການ​​ແຂ່ງຂັນຕ່າງໆ. ຕາມ​ນັ້ນ​ແລ້ວ ​​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ທຸກ​ຂັ້ນ​ຢູ່​ແຕ່ລະ​ປ້ອງ​ຖິ່ນ​ສຸມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ ສ​້າງບັນດາ​ຮູບ​ແບບ​ກ້າວໜ້າ ​ເ​ພື່ອທະວີ​ຄຸນ​ໃນ​ການ​ປະຕິບັດ​ບັນດາ​ບັ້ນ​ຂົນຂວາຍ​ຄື “ທົ່ວ​ປວງ​ຊົນ​ສາມັກຄີ ກໍ່ສ້າງ​ຊົນນະບົດ​ໃໝ່, ຕົວ​ເມືອງສີວິ​ໄລ” ​ແລະ ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ, “ຊາວ ຫວຽດນາມ ບູລິ​ມະ​ສິດ​ຊົມ​ໃຊ້​ສິນຄ້າ ຫວຽດນາມ”…ພ້ອມ​ກັນ​ນັ້ນ, ປ່ຽນ​ໃໝ່​​ແບບວິທີ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດຕາມ​ທິດ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ; ​ເສີມ​ຂະຫຍາຍ​ບົດບາດ​ຕິດຕາມ​ກວດກາ, ​ໄຈ​ແຍ​ກຕີ​ລາຄາ, ຕໍ່ສູ້​ຕ້ານ​ປະກົດ​ການ​ຫຍໍ້​ທໍ້​ສໍ້​ລາດ​ບັງ​ຫລວງ ​ເພື່ອ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່​ປະຊາຊົນ .

ຂ່າວ/ບົດ​ອື່ນ