ເສີມຂະຫຍາຍບົດບາດຂອງແມ່ຍິງໃນການກໍ່ສ້າງຊົນນະບົດໃໝ່

ເສີມຂະຫຍາຍບົດບາດຂອງແມ່ຍິງໃນການກໍ່ສ້າງຊົນນະບົດໃໝ່ - ảnh 1
ເສີມຂະຫຍາຍບົດບາດຂອງແມ່ຍິງໃນການກໍ່ສ້າງຊົນນະບົດໃໝ່

(vovworld) - ​ ວັນ​ທີ 08/03, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ແມ່ຍິງ ຫວຽດນາມ ຄັ້ງທີ 12 ສືບ​ຕໍ່​ມື້​​ເຮັດ​ວຽກ​ທີ 2. ຢູ່​ນອກ​ກອງປະຊຸມ​ໃຫຍ່, ​ເມື່ອປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ຂະ​ບວນການ, ບັ້ນ​ຂົນຂວາຍ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ໄລຍະ​ຈະ​ມາ​​ເຖິງ, ບັນດາ​ຜູ້​ແທນ​ເນັ້ນ​ໜັກ​​ເຖິງບົດບາດ​ຂອງ​ແມ່ຍິງ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໂດ​ຍຜ່ານ​ບັນດາ​ບັ້ນ​ຂົນຂວາຍ​ຂອງ​ສູນ​ກາງ​ສະພັນ​ແມ່ຍິງ ຫວຽດນາມ. ທ່ານ​ນາງ ດັ້ງ​ທິຮົ່ງງາ ປະທານ​ສະຫະພັນ​ແມ່​ຍິງ​ແຂວງ ຟູ໋ອຽນ ​ໃຫ້​ຮູ້ວ່າ:

        “ສຳລັບ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ເອື້ອຍ​ນ້ອງ​ແມ່ຍິງ​ຢູ່​ແຂວງ ຟູ໋ອຽນ ມີ​ຄວາມ​ຕັ້ງໜ້າ​ທີ່​ສຸດ. ນັບ​ແຕ່​ຕົ້ນ​ປີ, ສະຫະພັນ​ແມ່ຍິງ​ທຸກ​ຂັ້ນ​ໄດ້​ສຸມ​ໃສ່​ຈົດ​ທະບຽນກັບ​ຄະນະ​ພັກ​ອຳ​ນາດການ​ປົກຄອງ​ຂັ້ນຕ່າງໆ, ພິ​ເສດ​ແມ່ນ​ຄະນະ​ຊີ້​ນຳ​ການ​ກໍ່ສ້າງ​ຊົນນະບົດ​ຢູ່​ບັນດາ​ທ້ອງ​ຖິ່ນ ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ທີ່ສະຫະພັນ​ແມ່ຍິງ​ຈະ​ເຂົ້າຮ່ວມ ​ເພື່ອ​ປະກອບສ່ວນ​ປະຕິບັດ​ບັນດາມາດຖານ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ທ້ອງ​ຖິ່ນ. ຜ່ານ​ນັ້ນ ບັນດາ​ສະມາຊິກ​ສະຫະພັນ​ຕັ້ງໜ​້າຂົນຂວາຍ​ບັນດາ​ສະມາຊິກຮັກສາ​ສິ່ງ​ແວດ​ລ້ອມ, ບໍລິຈາກ​ທີ່​ດິນ​ເພື່ອກໍ່​ສ້າງ​ທາງ, ກິດຈະກຳ​ສາທາລະນະ.

ຕອບກັບ

ຂ່າວ/ບົດ​ອື່ນ