ເສີມຂະຫຍາຍບົດບາດ,ຄວາມສາມາດບົ່ມຊ້ອນຂອງຊາວໜຸ່ມໃນການພັດທະນາເສດຖະກິດ-ສັງຄົມ

ເສີມຂະຫຍາຍບົດບາດ,ຄວາມສາມາດບົ່ມຊ້ອນຂອງຊາວໜຸ່ມໃນການພັດທະນາເສດຖະກິດ-ສັງຄົມ - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 29/12 ຢູ່​ຮ່າ​ໂນ້ຍ, ກຳມາ​ທິການວັດທະນະທຳ, ການ​ສຶກສາ, ຊາວ​ໜຸ່ມ,​ເຍົາວະ​ຊົນ​ ແລະ ອະນຸຊົນ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້ຈັດ​ຕັ້ງ​ວາລະ​ອະພິປາຍ​ຂອງ​ລັດຖະບານຕໍ່​ໜ້າກຳມາ​ທິການ​ກ່ຽວ​ກັບ “ການ​ປະກາດ​ໃຊ້​ເອກະສານນິຕິ​ກຳ​ແນະນຳ​ການປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ຊາວ​ໜຸ່ມ”. ​​ຜ່ານ 9 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ການປະຕິບັດ, ກົດໝາຍ​ວ່າ​ດ້ວຍ​ຊາວ​ໜຸ່ມ ​ແລະ ​ບັນດາເອກະສານ​ແນະນຳການປະຕິບັດ​ໄດ້ສ້າງ​ກອບ​ກົດໝາຍ​ທີ່​ສະ​ດວກ, ​ເສີມ​ຂະຫຍາຍ​ບົດບາດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ກຳລັງ​ຊາວ​ໜຸ່ມ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຊາວ​ໜຸ່ມ​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ປະຕິບັດ​ສິດ ​ແລະ ພັນທະ​ຂອງ​ຕົນ…

        ທີ່​ວາລະ​ອະພິປາຍ, ບັນດາ​ຜູ້​ແທນ​ໄດ້​ເຮັດ​ແຈ້ງ​ເລື່ອງ​ປະກາດ​ໃຊ້​ເອກະສານ​​ນິຕິ​ກຳ​ປະຕິບັດ​ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ວຽກ​ງານ​ຊາວ​ໜຸ່ມ, ປະຕິບັດ​ສິດ ​ແລະ ພັນທະ​ຂອງ​ຊາວ​ໜຸ່ມ​ໃນ​ຂົງ​ເຂດ​ການຮ່ຳຮຽນ, ການຄົ້ນຄວ້າ​ວິທະຍາສາດ, ການອອກ​ແຮງ​ງານ, ​ວຽກເຮັດ​ງານ​ທຳ.

 

ຂ່າວ/ບົດ​ອື່ນ