ເສີມຂະຫຍາຍບົດບາດຊາວກະສິກອນໃນການສ້າງໂຄງປະກອບພື້ນຖານກະສິກຳຄືນໃໝ່

ເສີມຂະຫຍາຍບົດບາດຊາວກະສິກອນໃນການສ້າງໂຄງປະກອບພື້ນຖານກະສິກຳຄືນໃໝ່ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ

(vovworld) – ​​​​ຕອ​ນ​ເຊົ້າ​ວັນ​ທີ 28/11, ຢູ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ວາ​ລະ​ສານກອມ​ມູ​ນິດ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ດ້ວຍ​ຫົວ​ຂໍ້​ວ່າ: “ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ເຈົ້າຂອງ​ຊົນ​ຊັ້ນ​ຊ​າວ​ກະ​ສິ​ກອນ ໃນ​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ​ຄືນ​ໃໝ່​ຕິດ​ພັນ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໃນ​ໄລ​ຍະ​ເຊື່ອມ​ໂຍງ”. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ໄດ້​ຊີ້​ແຈ້ງວ່າ: ຊາວ​ກະ​ສິ​ກອນ​ຮ່ວມ​ສ​ຳ​ພັນ​ຜ່ານ​ສະ​ຫະ​ກອນ​ແມ່ນ​ຮູບ​ແບບ​ພື້ນ​ຖານ​ທີ່​ສຸດ​ເພື່ອ​ຮັບ​ປ​ະ​ກັນ​ສິດ​ຜົນ​ປະ​ໂຫຍດ, ສິດ​ເປັນ​ເຈົ້າ​ຂອງ​ຊາວ​ກະ​ສິ​ກອນ. ຜ່ານ​ແບບ​ວິ​ທີ​ການ​ຜະ​ລິດ​ສະ​ຫ​ະ​ກອນ ແລະ ສະ​ຫະ​​ພັນສະ​ຫະ​​ກອນ, ທີ່​ຕັ້ງ​ບົດ​ບາດ​ຂອງ​ຊາວ​ກະ​ສິ​ກອນ​ໃນ​ການ​ເຈ​ລະ​ຈາ​ຊື້ - ຂາຍ ໃນ​ທ້ອງ​ຕະຫຼາດ​ໄດ້​ຮັບ​ການ​ປ່ຽນ​ໃໝ່​ໂດຍ​ພື້ນ​ຖານ, ເປັນ​ປະ​ຖົມ​ປັດ​ໄຈ​ເພື່ອ​ຈຳ​ໜ່າຍ​ຄືນມູນ​ຄ່າ​ເພີ່ມ​ຂອງ​ການ​ຜະ​ລິດ​ກະ​ສິ​ກຳ.

        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສ​ຳ​ມະ​ນາ, ບັນ​ດາ​ຜູ້​ແທນໄດ້​ຢັ້ງ​ຢືນ​ບົດ​ບາດ, ທີ່​ຕັ້ງ​ຂອງ​ຊົນ​ຊັ້ນ​​ຊາວ​ນາ ແລະ ຊ​າວ​ກະ​ສິ​ກອນ​ໃນ​ວິ​ວັດ​ການ​ຜະ​ລິດ​ກະ​ສິ​ກຳ, ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຜ່ານນັ້ນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ. ປອ ດັ້ງ​ກິມ​ເຊີນ, ອະ​ດີດ​ຫົວ​ໜ້າ​ສະ​ຖານ​ບັນ​ນະ​ໂຍ​ບາຍ​ຍຸດ​ທະ​ສາດ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ສະ​ເໜີ​ວ່າ:

        “ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ສວມ​ບົດ​ບາດ​​ເປັນ​ຜູ້ຕາງ​ໜ້າ​ໃຫ້​ຊາວ​ກະ​ສິ​ກອນ ໃນ​ບັນ​ດາ​ນະ​ໂຍ​ບາຍ​ສຳ​ຄັນ​ຄື: ທີ່​ດິນ, ກໍ່​ສ​້​າງ​ກິດ​ຈະ​ກຳ​ໃຫຍ່, ສ້າງ​ສະ​ພາບ​ແວດ​ລ້ອມ, ສ້າງວຽກ​ເຮັດ​ງານ​ທຳ. ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ກໍ່​ຕ້ອງ​ສວມ​ບົດ​ບາດ​ເປັນ​ລູກ​ຄ້າ​ຕ່າງ​ໜ້າ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ເພື່ອ​ເລືອກ​​ເຟັ​້ນບັນ​ດາ​ຫົວ​ເລື່ອງ​ຄົ້ນ​ຄ້​ວາ, ໂຄງ​ການ​ສົ່ງ​ເສີມ​ກະ​ສິ​ກຳ, ຕີ​ລາ​ຄາ​ລາຍ​ການນັ້ນ, ມີ​ການ​ກຳ​ນົດ​ທິດ​ຢ່າງ​ຖືກ​ຕ້ອງ.”


ຂ່າວ/ບົດ​ອື່ນ