ເສີມຂະຫຍາຍບົດບາດສື່ມວນຊົນ ຂອງພັກໃນການໂຄສະນາວຽກງານ ຕອບບຸນແທນຄຸນ

ເສີມຂະຫຍາຍບົດບາດສື່ມວນຊົນ ຂອງພັກໃນການໂຄສະນາວຽກງານ ຕອບບຸນແທນຄຸນ - ảnh 1

(ພາບ:baosonla.org.vn)​

( vovworld ) – ກອງ​ປະຊຸມ​ສຳ​ມະ​ນາ​ສື່​ມວນ​ຊົນ​ຂອງ​ພັກ​ບັນດາ​ແຂວງ​ເຂດ​ພູດ​ອຍ ທາງ​ພາກ​ເໜືອ​ຫວຽດນາມ​ ຄັ້ງທີ 14 ປີ 2012 ​ໄດ້ດຳ​ເນີນ​ໄປ​ເມື່ອ​ວັນ​ທີ 19/7 ທີ່​ຜ່ານ​ມາ​ດ້ວຍ​ຫົວ​ຂໍ້​ວ່າ: “ສື່​ມວນ​ຊົນ​ໂຄສະນາ​ກ່ຽວ​ກັບ​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ“ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ອົງການ​ສື່ມວນ​ຊົນ​ບັນດາ​ແຂວງ ນະຄອນ​ເຂດ​ພູດ​ອຍທາງ​ພາກ​ເໜືອ​ຫວຽດນາມ ​ເກືອບ 30 ​ແຫ່ງ. ດ້ວຍ​ຫົວ​ຂໍ້ “ສື່​ມວນ​ຊົນ​ໂຄສະນາ​ກ່ຽວ​ກັບ​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ“ ນັ້ນ, ບັນດາ​ຜູ້​ແທນ​ໄດ້​ຢືນຢັນ​ວ່າ: ສື່​ມວນ​ຊົນ​ຂອງ​ພັກ ​ແມ່ນ​ຊ່ອງ​ຂໍ້​ມູນ​ຂ່າວສານ​ສຳຄັນ​ໃນ​ວຽກ​ງານ​ໂຄສະນາ, ປຶກສາ​ຫາລື​ບັນດາ​ວິທີ​ການເຮັດ​ວຽກ​ທີ່​ດີ, ບົດຮຽນ​ໃນ​ການ​ຊີ້​ນຳ, ຄົ້ນພົບ​ປັດ​ໄຈ​ໃໝ່, ຕໍ່ສູ້​ກັບ​​ໄພ​ຫຍໍ້​ທໍ້ ​ແລະ ​ເພິ່ມທະວີ​ການ​ສົມທົບ​ກັນລະຫວ່າງສື່​ມວນ​ຊົນ​ຂອງ​ພັກ ກັບ​ບັນດາ​ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ໃນ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ຂະ​ບວນການ “​ຕອບ​ບຸນ​ແທນ​ຄຸນ“.

   ບັນດາ​ບົດ​ປະກອບ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ແບ່ງປັນ​ບົດຮຽນ, ມາດ​ຕະການ​ຈັດຕັ້ງບັນດາ​ຄໍ​ລຳ, ​ລາຍການ, ວິທີ​ຄົ້ນພົບ​, ​ເລືອກ​​ເຟັ້ນຫົວ​ເລື່ອງຮັບປະກັນ​ລັກສະນະ​ສະຖານະ​ການ, ວິທີ​ສະ​ແດງ​ໃຫ້​ມ່ວນ, ດຶງ​ດູດ​ໃຈ, ຜ່ານ​ນັ້ນປະກອບສ່ວນ​ສ້າງ ​ແລະ ທະວີ​ຄູນ​ໝູ່​ຄະນະ, ສ່ວນ​ບຸກຄົນ​ດີ​ເດັ່ນ, ​ເປັນ​ແບບຢ່າງ​ໃນ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ທະຫານ​ເສຍ​ອົງຄະ, ຄອບຄົວ​ນັກຮົບ​ທີ່ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ.

 

 

ຂ່າວ/ບົດ​ອື່ນ