ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ຂອງບັນດາວິສາຫະກິດ ຫວຽດນາມ ຢູ່ລາວ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຢືອງດິ່ງບ໋າງ, ປະທານສະມາຄົມວິສາຫະກິດ ຫວຽດນາມ ຢູ່ລາວ, ໃຫ້ຮູ້ວ່າ: ອິດທິພົນຊື່ສຽງຂອງສະມາຄົມວິສາຫະກິດ ຫວຽດນາມ ຢູ່ລາວ ໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ
ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ຂອງບັນດາວິສາຫະກິດ ຫວຽດນາມ ຢູ່ລາວ - ảnh 1ສະມາຄົມວິສາຫະກິດ ຫວຽດນາມ ຢູ່ລາວ (Avila) ໄດ້ຈັດກອງປະຊຸມສະຫລຸບວຽກງານປີ 2023

ຕອນບ່າຍວັນທີ 26 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ, ສະມາຄົມວິສາຫະກິດ ຫວຽດນາມ ຢູ່ລາວ (Avila) ໄດ້ຈັດກອງປະຊຸມສະຫລຸບວຽກງານປີ 2023, ວາງອອກທິດທາງການເຄື່ອນໄຫວປີ 2024 ແລະ ຈັດຕັ້ງການສະເຫຼີມສະຫຼອງ 14 ປີແຫ່ງວັນສ້າງຕັ້ງສະມາຄົມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຢືອງດິ່ງບ໋າງ, ປະທານສະມາຄົມວິສາຫະກິດ ຫວຽດນາມ ຢູ່ລາວ, ໃຫ້ຮູ້ວ່າ: ອິດທິພົນຊື່ສຽງຂອງສະມາຄົມວິສາຫະກິດ ຫວຽດນາມ ຢູ່ລາວ ໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ, ການຍູ້ແຮງບັນດາການເຄື່ອນໄຫວພົວພັນແລກປ່ຽນ, ສົ່ງເສີມການຮ່ວມມືລົງທຶນ ແມ່ນການເຄື່ອນໄຫວຟົດຟື້ນທີ່ສຸດໃນປີ 2023, ບັນດາສະມາຄົມເຂດ ແລະ ຄະນະບໍລິຫານງານສູນກາງສະມາຄົມ ໄດ້ຕັ້ງໜ້າສົມທົບກັນຈັດຕັ້ງ, ເຂົ້າຮ່ວມຫຼາຍເຫດການເຊື່ອມຕໍ່ພົວພັນແລກປ່ຽນ, ຊຸກຍູ້ການຮ່ວມມືລົງທຶນບໍ່ພຽງແຕ່ຢູ່ພາຍໃນປະເທດລາວ ເທົ່ານັ້ນ ຫາກຍັງນອກປະເທດລາວອີກດ້ວຍ. ໃນປີນີ້, ສະມາຄົມຈະສຸມໃສ່ສືບຕໍ່ປັບປຸງການຈັດຕັ້ງຂອງຄະນະບໍລິຫານງານສູນກາງສະມາຄົມ ແລະ  ບັນດາສະມາຄົມເຂດໃຫ້ສົມບຸນແບບ; ປະຕິບັດວຽກງານປະຕິບັດການສົມທົບລະຫວ່າງຄະນະບໍລິຫານງານສູນກາງສະມາຄົມ ແລະ ບັນດາຄະນະບໍລິຫານງານສະມາຄົມພາກພື້ນເປັນຢ່າງດີ; ພິເສດແມ່ນຍູ້ແຮງການຜັນຂະຫຍາຍຢ່າງລະອຽດ, ແທດຈິງ ວຽກງານໃຫ້ຄຳປຶກສາ ໜູນຊ່ວຍສະມາຊິກ,ເສີມຂະຫຍາຍບົດບາດແມ່ນຂົວເຊື່ອມຕໍ່ຂອງບັນດາວິສາຫະກິດ ຫວຽດນາມ ຢູ່ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ