ເສີມຂະຫຍາຍບົດບາດເປັນປະຈຳ ຂອງສະມາຄົມນັກຂ່າວທ້ອງຖິ່ນ

ເສີມຂະຫຍາຍບົດບາດເປັນປະຈຳ ຂອງສະມາຄົມນັກຂ່າວທ້ອງຖິ່ນ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 27/11, ຢູ່​ນະ​ຄອນ ບວນມາ​ທວດ, ​ແຂວງ ດັກ​ຫຼັກ, ສະມາຄົມ​ນັກ​ຂ່າວ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຝືກອົບຮົມ - ກອງປະຊຸມ​ສຳ​ມະ​ນາ “​ເສີມ​ຂະຫຍາຍ​ບົດ​ບາດ​​ເປັນປະຈຳຂອງ​ສະມາຄົມ​ນັກຂ່າວ​ທ້ອງ​ຖິ່ນ​ໃນ​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ” ​ເຂດ ​ໄຕ​ງວຽນ ​ແລະ ທາງ​ທິດ​ໃຕ້​ພາກ​ກາງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຮ່າ​ມິນ​​ເຮ້ (Ha Minh Hue), ຮອງ​ປະທານ​ຜູ້​ປະຈຳການ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ ​​ຖື​ວ່າ.

        “ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຖັນ​ແຖວ​ພະນັກງານ​ຂອງ​ສະມາຄົມມີ​ລະດັບ​ວິຊາ​ການ​ເພື່ອ​ນຳພາ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ທີ່​ໄດ້​ວາງ​ອອກ​. ​ໃນ​ໄລຍະ​ຜ່ານ​ມາ, ສະມາຄົມ​ນັກຂ່າວ​ຫວຽດນາມ ​ໄດ້​ຍູ້​ແຮງວຽກ​ງານ​ນີ້ ​ແລະ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ທີ່​ສຸດຈາກ​ພັກ ​ແລະ ລັດ. ສຳ​ຫຼັບເຂດ​ໄຕງວຽນ ນີ້ ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​​ເຖິງ​ບາງ​ບັນຫາ​ທີ່​ເປັນ​ພື້ນຖານ ນັ້ນ​ແມ່ນ, ຍູ້​ແຮງ​ການ​ສຶກສາ​ດ້ານແນວ​ຄິດ​ການ​ເມືອງ​ໃຫ້​ແກ່​ພະນັກງານ​ສະມາຊິກ, ຍູ້​ແຮງຂະ​ບວນການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມີນ ​ໃນ​ຖັນ​ແຖວ​ນັກ​ຂ່າວ”.

ຂ່າວ/ບົດ​ອື່ນ