ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ, ສ້າງ​ແຫຼ່ງ​ກຳ​ລັງ​ພາຍ​ໃນ ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ພັດ​ທະ​ນາ​ປະ​ເທດ​ຊາດ

(VOVWORLD) -ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຊີ້ແຈ້ງວ່າ ການພັດທະນາວັດທະນະທຳແມ່ນໜຶ່ງໃນບັນດາບັນຫາຈຸດສຸມ, ເນື້ອໃນປະການໜຶ່ງທີ່ພົ້ນດັ່ນໃນເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ.
ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ, ສ້າງ​ແຫຼ່ງ​ກຳ​ລັງ​ພາຍ​ໃນ ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ພັດ​ທະ​ນາ​ປະ​ເທດ​ຊາດ - ảnh 1ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ

ຕອນເຊົ້າວັນທີ 24 ພະຈິກ, ຢູ່ຮ່າໂນ້ດ, ທີ່ກອງປະຊຸມວັດທະນະທຳທົ່ວປະເທດ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ເປັນປະທານ ແລະ ມີບົດກ່າວປາໄສຊີ້ນຳທີ່ສຳຄັນຢູ່ກອງປະຊຸມ. ໃນກອງປະຊຸມກໍ່ຍັງມີການເຂົ້າຮ່ວມຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ທ່ານ ຜູ້ປະຈຳການຄະນະເລຂາສູນກາງພັກ ຫວໍວັນເຖືອງອີກດ້ວຍ.

ບົດລາຍງານທີ່ກອງປະຊຸມຊີ້ແຈ້ງວ່າ ວັດທະນະທຳ ຫວຽດນາມ ແມ່ນໝາກຜົນນັບພັນປີແຫ່ງການອອກແຮງງານ, ປະດິດຄິດສ້າງ, ຕໍ່ສູ້ຢ່າງອົງອາດກ້າຫານ ເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ. ວັດທະນະທຳ ຫວຽດນາມ ໄດ້ຫຼໍ່ຫຼອມຈິດວິນຍານ, ຄຸນນະທາດ ຫວຽດນາມ, ເຮັດໃຫ້ປະຫວັດສາດຂອງ ຊາດສະຫງ່າລາສີ, ສ້າງບັນດາຄຸນຄ່າທາງດ້ານວັດທະນະທຳ ຫວຽດນາມ ທີ່ສູງສົ່ງ ຍືນຍົງ.

ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຊີ້ແຈ້ງວ່າ:

ວັດທະນະທຳແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ, ທັງເປັນເປົ້າໝາຍ, ທັງເປັນກຳລັງແຮງພາຍໃນ, ກຳລັງໜູນສຳຄັນເພື່ອພັດທະນາປະເທດຊາດ, ກຳນົດການພັດທະນາວັດທະນະທຳຢ່າງຄົບຊຸດ, ກົມກຽວ ກັບການເຕີບໂຕເສດຖະກິດ ແລະ ຄວາມກ້າວໜ້າສັງຄົມ ແມ່ນການກຳນົດທິດພື້ນຖານຂອງ ຂະບວນວິວັດແຫ່ງການກໍ່ສ້າງສັງຄົມນິຍົມ ຢູ່ ຫວຽດນາມ, ສະແດງໃຫ້ເຫັນລັກສະນະດີເລີດຂອງລະບອບເຮົາ.

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຊີ້ແຈ້ງວ່າ ການພັດທະນາວັດທະນະທຳແມ່ນໜຶ່ງໃນບັນດາບັນຫາຈຸດສຸມ, ເນື້ອໃນປະການໜຶ່ງທີ່ພົ້ນດັ່ນໃນເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ສະເໜີໃຫ້ ບັນດາກະຊວງ, ຂະແໜງການທ້ອງຖິ່ນ, ທົ່ວຂະແໜງວັດທະນະທຳສືບຕໍ່ປຸກລຸກຈິດໃຈຮັກຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຈິດໃຈສາມັກຄີ, ຄວາມຄາດຫວັງຢາກພັດທະນາປະເທດຊາດໃຫ້ທີ່ມີວັດທະນາຖາວອນ, ມີຄວາມຜາສຸກຂອງທົ່ວທັງຊາດຢ່າງແຮງກ່ວາອີກ, ເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳ, ກຳລັງແຮງ ແລະ ຈິດໃຈອຸທິດສ່ວນຂອງ ທົ່ວປວງຊົນທັງຊາດ ຫວຽດນາມ, ສ້າງແຫຼ່ງກຳລັງພາຍໃນ ແລະ ກຳລັງໜູນບຸກທະລຸ ເພື່ອປະຕິບັດເປົ້າໝາຍພັດທະນາປະເທດຊາດ ຮອດປີ 2025, 2030, ວິໄສທັດເຖິງປີ 2045 ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກຢ່າງສຳເລັດຜົນ.

ທ່ານ ຫງວຽນຝຸຈ້ອງ ກໍ່ຮຽກຮ້ອງວ່າ: ຕ້ອງເອົາໃຈໃສ່ກໍ່ສ້າງພັກ ແລະ ລະບົບການເມືອງ ກ່ຽວກັບວັດທະນະທຳ, ຄຸນສົມບັດ, ເດັດດ່ຽວຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ເພື່ອໃຫ້ທັງລະບົບການເມືອງ ຂອງປະເທດຊາດ ມີຄຸນສົມບັດ, ສີວິໄລຢ່າງແທ້ຈິງ, ເປັນຕົວແທນໃຫ້ຄວາມມະໂນທຳ ແລະ ກຽດສັກສີ ຂອງ ຊາວຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ