ເສີມຂະຫຍາຍປະສິດທິຜົນຊ່ອງທາງຮ່ວມມືລັດຖະສະພາ ຫວຽດນາມແລະ ການາດາ

(VOVWORLD) -ທ່ານຮອງປະທານສະພາແຫ່ງຊາດ ໄດ້ເນັ້ນຫນັກວ່າ: ຫວຽດນາມ ປາດຖະຫນາຢາກພ້ອມກັບ ການາດາ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ໃຫ້ນັບມື້ນັບເຕີບໃຫຍ່ຂຶ້ນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ຢູ່ ພາກພື້ນ ແລະ ໃນໂລກ

Ảnh 1: Phó Chủ tịch Quốc hội Nguyễn Đức Hải gặp Trưởng đoàn đại biểu Canada - Thượng nghị sĩ Stan Kutcher. Ảnh: Phạm Hà/VOV-Jakarta

ເສີມຂະຫຍາຍປະສິດທິຜົນຊ່ອງທາງຮ່ວມມືລັດຖະສະພາ ຫວຽດນາມແລະ ການາດາ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ໄດ້ມີການພົບປະກັບ ຄະນະຜູ້ແທນ ການາດາ. ພາບ:VOV

ໃນຂອບເຂດເວທີປາໄສລັດຖະສະພາ ອາຊີ -ປາຊີຟິກ ຄັ້ງທີ 31(APPF31), ພວມດຳເນີນໄປຢູ່ ມານີລາ ປະເທດ ຟິລິບປີນ, ຕອນເຊົ້າວັນທີ 23 ພະຈິກ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ໄດ້ມີການພົບປະກັບ ຄະນະຜູ້ແທນ ການາດາ ໂດຍທ່ານ Stan Kutcher ສະມາຊິກສະພາສູງ ນຳຫນ້າ.

ທີ່ການພົບປະ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ເນັ້ນຫນັກວ່າ: ຫວຽດນາມ ປາດຖະຫນາຢາກພ້ອມກັບ ການາດາ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ໃຫ້ນັບມື້ນັບເຕີບໃຫຍ່ຂຶ້ນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ຢູ່ ພາກພື້ນ ແລະ ໃນໂລກ, ມຸ່ງໄປເຖິງເລື່ອງຍົກ ການພົວພັນຂຶ້ນສູ່ລະດັບສູງໃຫມ່ເມື່ອມີເງື່ອນໄຂເໝາະສົມ. ຫວຽດນາມ ຊົມເຊີຍຍຸດທະສາດໃຫມ່ຂອງ ການາດາ ໃນພາກພື້ນ ມະຫາສະຫມຸດອິນເດຍ - ປາຊີຟິກ, ໃນນັ້ນ ຖືບົດບາດໃຈກາງຂອງ ອາຊຽນ ເປັນສຳຄັນ, ຖືທີ່ຕັ້ງຂອງຫວຽດນາມ ຢູ່ ພາກພື້ນ ຄືດັ່ງ “ປະຕູດ້ານການຄ້າ” ແລະ “ຂົວເຊື່ອມຕໍ່”ສຳລັບພາກພື້ນ. ສອງຝ່າຍ ຢັ້ງຢືນການຮ່ວມມືລະຫວ່າງ ສະພາແຫ່ງຊາດ ສອງປະເທດ ແມ່ນມີຫລາຍແງ່ຫວັງ ແລະ ນັບມື້ນັບເສີມຂະຫຍາຍຢ່າງມີປະສິດທິຜົນ.

ຟ້າມຮ່າ, ນັກຂ່າວ VOV ປະຈຳ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ