ເສີມ​ຂະ​ຫຍາຍ​ມູນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ ແລະ ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ​ໃນ​ການ​ສ້າງ​ສາ​ນະ​ຄອນຫຼວງ​ປະ​ດິດ​ຄິດ​ສ້າງ

(VOVWORLD) -ກອງປະຊຸມສຳມະນາ “ຮ່າໂນ້ຍ-ນະຄອນຫຼວງປະດິດຄິດສ້າງ” ຈັດຂຶ້ນໃນຕອນເຊົ້າວັນທີ 8 ເມສາຢູ່ສຳນັກງານ ສປຊ ທີ່ຮ່າໂນ້ຍ.
ເສີມ​ຂະ​ຫຍາຍ​ມູນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ ແລະ ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ​ໃນ​ການ​ສ້າງ​ສາ​ນະ​ຄອນຫຼວງ​ປະ​ດິດ​ຄິດ​ສ້າງ - ảnh 1(ພາບ: vanhien.vn)

    ຮ່າໂນ້ຍ ຄວນເສີມຂະຫຍາຍແຫຼ່ງກຳລັງມໍລະດົກວັດທະນະທຳທີ່ອຸດົມສົມບູນ ແລະ ກຳລັງແຮງງານໜຸ່ມ, ມິກຳລັງປະດິດຄິດສ້າງ, ເປັນສູນກາງຂອງວິວັດການພັດທະນານະຄອນໃນອະນາຄົດ. ນີ້ແມ່ນຂໍ້ໃຫ້ສັງເກດລວມຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ “ຮ່າໂນ້ຍ-ນະຄອນຫຼວງປະດິດຄິດສ້າງ” ຈັດຂຶ້ນໃນຕອນເຊົ້າວັນທີ 8 ເມສາຢູ່ສຳນັກງານ ສປຊ ທີ່ຮ່າໂນ້ຍ.

   ກອງປະຊຸມສຳມະນາ ໂດຍ 3 ອົງການຂອງ ສປຊ ຄື: ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO),  ອົງການແກ້ໄຂບັນຫາເຮືອນຢູ່ໃຫ້ແກ່ຄົນ (UN-Habitat), ອົງການພັດທະນາອຸດສາຫະກຳ (UNIDO) ສົມທົບກັນຈັດຂຶ້ນ.

   ນະຄອນຮ່າໂນ້ຍ ໄດ້ກຳນົດ 3 ເສົາຄ້ຳຈຳເປັນ ເພື່ອປະຕິບັດວິໄສທັດນະຄອນຫຼວງປະດິດຄິດສ້າງ, ນັ້ນແມ່ນ: ສ້າງສາຕົວເມືອງຄືນໃໝ່; ຊຸກຍູ້ຕາໜ່າງການສຶກສາຊຸກຍູ້ການປະດິດຄິດສ້າງ ແລະ ບັນດາເຫດການວັດທະນະທຳຍຸດທະສາດ.

ຕອບກັບ

ຂ່າວ/ບົດ​ອື່ນ