ເສີມ​ຂະ​ຫຍາຍມູນ​ເຊື້ອ, ປຸກ​ລຸກ​ຄວາມ​ຮັກ​ແພງເຊິ່ງ​ກັນ​ແລະ​ກັນ ເພື່ອ​ໃຫ້​ກຳ​ລັງ​ແຮງ​ແຫ່ງ​ຄວາມ​ສາ​ມັກ​ຄີ ແລະ ​ຄວາມ​ຮັກ​ແພງ​ມະ​ນຸດ​ດ້ວຍ​ກັນ ແຜ່​ກະ​ຈາຍຢ່າງ​ບໍ່​ຢຸດ​ຢັ້ງ

(VOVWORLD) -ຊາດ ຫວຽດນາມ ແມ່ນຊາດທີ່ມີຄວາມຮັກແພງມະນຸດດ້ວຍກັນ, ຍາມໃດກໍຮັກແພງ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ນີ້ໄດ້ກາຍເປັນມູນເຊື້ອອັນດີງາມ, ສ້າງແຫຼ່ງກຳລັງແຮງຢ່າງມະຫາສານ, ສ້າງຄວາມຜູກພັນລະຫວ່າງປະຊາຊົນຫວຽດນາມລຸ້ນຕ່າງໆໃຫ້ກາຍເປັນກຸ່ມກ້ອນມະຫາສາມັກຄີ, ຊ່ວຍເຫຼືອກັນໃນຍາມປະສົບກັບຄວາມຫຍຸ້ງຍາກ.
ເສີມ​ຂະ​ຫຍາຍມູນ​ເຊື້ອ, ປຸກ​ລຸກ​ຄວາມ​ຮັກ​ແພງເຊິ່ງ​ກັນ​ແລະ​ກັນ ເພື່ອ​ໃຫ້​ກຳ​ລັງ​ແຮງ​ແຫ່ງ​ຄວາມ​ສາ​ມັກ​ຄີ ແລະ ​ຄວາມ​ຮັກ​ແພງ​ມະ​ນຸດ​ດ້ວຍ​ກັນ ແຜ່​ກະ​ຈາຍຢ່າງ​ບໍ່​ຢຸດ​ຢັ້ງ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ລາຍການ 
 ກ່າວຄຳເຫັນທີ່ລາຍການ “ກຳລັງແຮງແຫ່ງວັດທະນະທຳມະນຸດ ປີ 2021” ໂດຍສູນກາງສະພາກາແດງ ຫວຽດນາມ ສົມທົບກັບ ສູນສື່ມວນຊົນໜັງສືພິມ ເຊິຍຢື້ງ (ກໍ່ສ້າງ) ຈັດຕັ້ງໃນຕອນຄ່ຳວັນທີ 16 ມັງກອນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຖືວ່າ ຊາດ ຫວຽດນາມ ແມ່ນຊາດທີ່ມີຄວາມຮັກແພງມະນຸດດ້ວຍກັນ, ຍາມໃດກໍຮັກແພງ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ນີ້ໄດ້ກາຍເປັນມູນເຊື້ອອັນດີງາມ, ສ້າງແຫຼ່ງກຳລັງແຮງຢ່າງມະຫາສານ, ສ້າງຄວາມຜູກພັນລະຫວ່າງປະຊາຊົນຫວຽດນາມລຸ້ນຕ່າງໆໃຫ້ກາຍເປັນກຸ່ມກ້ອນມະຫາສາມັກຄີ, ຊ່ວຍເຫຼືອກັນໃນຍາມປະສົບກັບຄວາມຫຍຸ້ງຍາກ. ພ້ອມກັບການຊີ້ນຳ - ນຳພາຢ່າງຖືກຕ້ອງ, ຂ້ຽວຂາດຂອງພັກ, ລັດ, ນ້ຳໃຈຄວາມສາມັກຄີ, ການອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນຂອງຊາດ ຫວຽດນາມ ໄດ້ຮັບການເສີມຂະຫຍາຍຢ່າງແຮງ ເພື່ອ “ບໍ່ປະໃຫ້ຜູ້ໃດຖືກ ຕົກຢູ່ເບື້ອງຫຼັງ”, ເພາະສະນັ້ນ, ຫວຽດນາມ ຈຶ່ງກາຍເປັນຈຸດພົ້ນເດັ່ນຂອງໂລກ, ກໍຄືພາກພື້ນ ນັບທັງໃນການປ້ອງກັນ, ສະກັດກັ້ນໂລກລະບາດ ກໍຄືໃນການເຕີບໂຕເສດຖະກິດ, ຮັບປະກັນສະຫວັດດີການສັງຄົມ.

        ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຍ້ອງຍໍຊົມເຊີຍ ສະພາກາແດງ ຫວຽດນາມ ທີ່ໄດ້ມີການເຄື່ອນໄຫວແທດຈິງຫຼາຍຢ່າງ, ພິເສດແມ່ນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ຊ່ວຍເຫຼືອປະຊາຊົນພາກກາງ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກໃນໂອກາດບຸນປີໃໝ່ປະຈຳຊາດ.

        ເພື່ອຕອບສະໜອງຂະບວນການ “ເບິ່ງແຍງຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ໃນຍາມບຸນປີໃໝ່” ປີສະລຸ ໂດຍ ສະພາກາແດງ ຫວຽດນາມ ປຸກລະດົມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຮຽກຮ້ອງໃຫ້ບັນດາອົງການ, ສຳນັກງານ, ວິສາຫະກິດ, ຜູ້ໃຈບຸນໃຈກຸສົນ ແລະ ປະຊາຊົນທຸກຊັ້ນວັນນະ ສືບຕໍ່ຮ່ວມແຮງຮ່ວມໃຈກັບພັກ ແລະ ລັດ ຈົ່ງຊ່ວຍເຫຼືອຜູ້ທຸກຍາກ ແລະ ຜູ້ປະສົບກັບຄວາມຫຍຸ້ງຍາກໃນສັງຄົມໃຫ້ນັບມື້ນັບມີປະສິດທິຜົນກວ່າເກົ່າ ດ້ວຍນ້ຳໃຈ “ໃຫ້ຄວາມຮັກແພງເພື່ອຮັບເອົາຄວາມຜາສຸກ”.

ຕອບກັບ

ຂ່າວ/ບົດ​ອື່ນ