ເສີມຂະຫຍາຍມູນເຊື້ອປະຕິວັດ,ສ້າງແຂວງ ກາວບັງ ໃຫ້ນັມມື້ນັບຮັ່ງມີສວຍງາມ

ເສີມຂະຫຍາຍມູນເຊື້ອປະຕິວັດ,ສ້າງແຂວງ ກາວບັງ ໃຫ້ນັມມື້ນັບຮັ່ງມີສວຍງາມ - ảnh 1
ທ່ານນາງ ຕ່ອງທິຟ໋ອງ ຢ້ຽມຢາມພໍ່ແມ່ປະຊາຊົນແຂວງ ກາວບັງ

(vovworld) – ​ ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ກາວ​ບັງ ວັນ​ທີ 24/12 ທ່ານ​ນາງ​ຮອງ​ປະທານຜູ້ປະຈຳ​ການສະພາ​ແຫ່ງ​ຊາດ ຫວຽດນາມ ຕ່ອງ​ທິຟ໋ອງ ​ໄດ້​ມາ​ຖະຫລາ​ຍທູບ​ທຽນ​ຢູ່ວິຫານ​ປະທານ ​ໂຮ່ຈີ​ມິນ ​ໃນ​ເຂດ​ປູຊະນີຍະ​ຊະ​ຖານ​ແຫ່ງ​ຊາດ​ພິ​ເສດ ປ໋າກປໍ໋, ຕາ​ແສງ ​ເຈື່ອງ​ຮ່າ, ​ເມືອງ ຮ່າ​ກວາງ (​ແຂວງ ກາວ​ບັງ) ​ແລະ ​ເຮັດ​ວຽກ​ກັບ​ຕາ​ແສງ ​ເຈື່ອງ​ຮ່າ ກ່ຽວ​ກັບ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຕີ​ລາຄາ​ສູງ​ບັນດາ​ຜົນ​ງານ ​ເຊິ່ງອົງຄະ​ນະ​ພັກ ​ແລະ ປະຊາຊົນ​ຕາ​ແສງ ​ເຈື່ອງ​ຮ່າ ບັນລ​ຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ ​ແມ່ນ​ໃນ​ວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່. ພ້ອມ​ທັງ ປາດ​ຖະໜາ​ວ່າ ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ຕາ​ແສງ ​ເຈື່ອງ​ຮ່າ ສືບ​ຕໍ່​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ, ມູນ​ເຊື້ອ​ປະຕິວັດ, ສ້າງ​ບ້ານ​ເກີດ​​ເມືອງ​ນອນ, ພັດທະນາ​ເສດຖະກິດ - ສັງຄົມ ​ເຮັດ​ໃຫ້​ບ້ານ​ເກີດ​ເມືອງ​ນອນ​ປະຕິວັດ​ນັບ​ມື້​ນັບ​ຮັ່ງມີ​ສວຍ​ງານ.

        ​ແລະ​ຕອນບ່າຍ​ໃນ​ວັນ​ດຽວ​ກັນ, ຄະນະ​ປະຕິບັດ​ງານ​ໄດ້​ລົງ​ຢ້ຽມຢາມ​ບັນດາ​ພະນັກງານ​ນັກ​ຮົບປ້ອມ​ປ້ອງ​ກັນຊາ​ຍ​ແດນ ດ່າ​ມຖູ​ຍ (ຈູ່ງ​ແຄ໋ງ, ກາວ​ບັງ). ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາ​ດ ຕ່ອງ​ທິຟ໋ອງ ຍ້ອງຍໍ​ບັນດາ​ພະນັກງານ, ນັກຮົບ​ໄດ້​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ດ້ານ​ການ​ເມືອງ, ອະທິປະ​ໄຕ​ຊາຍ​ແດນ​ປະ​ເທດ​ຊາດ​ເປັນ​ຢ່າງ​ດີ, ພິ​ເສດ​ແມ່ນ​ວຽກ​ງານ​ໂຄສະນາ, ພ້ອມ​ກັບປະຊາຊົນ​ເຂົ້າ​ຮ່ວມ​ການ​ກໍ່ສ້າງຊົນນະບົດ​ໃໝ່. ພ້ອມ​ທັງ​ສະ​ເໜີ ປ້ອມ​ປ້ອງ​ກັນຊາ​ຍ​ແດນ ດ່າ​ມຖູ​ຍ ​ແລະ ​ເມືອງ ຈູງ​ແຄ໋ງ ຄວນປະຕິບັດ​ວຽກ​ງານ​ເສນາ​ທິການ​ເປັນ​ຢ່າງ​ດີ ​ເພື່ອ​​ໃຫ້ແຂວງ ກາວ​ບັງ ສ້າງ​ແຜນການ​ພັດທະນາ​ເຂດ​ທ່ອງ​ທ່ຽວ​ຕາດ ບານ​ຢົກ; ​ເອົາ​ໃຈ​ໃສ່​ເຖິງ​ນະ​ໂຍບາຍ​ສະຫງວນ​ໃຫ້​ພະນັກງານ, ປະຊາຊົນ​ບັນດາ​ຕາ​ແສງຊາຍ​ແດນ; ຮຽກ​ຮ້ອງ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ນັກ​ລົງທຶນ​ໃນ​ການ​ຂຸດ​ຄົ້ນ​ເຂດ​ທ່ອງ​ທ່ຽວ​ຕາດ ບານ​ຢົກ, ວັດ ທ່ຽນວ້ຽນຈູ​ກ​ເລີມ.

ຂ່າວ/ບົດ​ອື່ນ