ເສີມຂະຫຍາຍມູນເຊື້ອອະດີດຊາວໜຸ່ມຕະລຸມບອນໃນສະພາບການໃໝ່

ເສີມຂະຫຍາຍມູນເຊື້ອອະດີດຊາວໜຸ່ມຕະລຸມບອນໃນສະພາບການໃໝ່ - ảnh 1
(ເສີມຂະຫຍາຍມູນເຊື້ອອະດີດຊາວໜຸ່ມຕະລຸມບອນໃນສະພາບການໃໝ່)

​​(vovworld) - ທີ່​ການ​ພົບ​ປະ​ກັບອະດີດ​ຊາວ​ໜຸ່ມ​ຕະລຸມບອນ​ຂະ​ແໜງ​ຄົມມະນາຄົມ​ຂົງສົ່ງຜ່ານ​ໄລຍະ​ຕ່າງໆ, ​​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 10/07, ທ່ານ​ປະທານ​ຄະນະ​ກຳ​ມະ​ການ​ສູນ​ກາງ​ແນວ​​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​​ເຍີນ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ກຳລັງຊາວ​ໜຸ່ມ​ຕະລຸມບອນ​ລຸນ​ຕ່າງໆ ຕໍ່​ພາລະກິດ​ຕໍ່ສູ້ ​ແລະ ​ປົດ​ປ່ອຍ​ຊາດ. ທ່ານ​ປະທານ ຫງວຽນ​ທ້ຽນ​ເຍີ​ນ ຢືນຢັນ​ວ່າ, ດ້ວຍ​ມູນ​ເຊື້ອ​ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນປາ​ຄິດ​ຮອດ​ຄຸນ​ນ້ຳ, ປີ 2014, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ສະ​ເໜີ​ຕໍ່​ນາຍົກ​ລັດຖະ​ມົນຕີ​ມອບ​ໃຫ້​ຂະ​ແໜງ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສົງ​ຄົມ ພ້ອມກັບ​ແນ​ວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງສະມາຊິກ ດຳ​ເນີນ​ການ​ກວດກາ​ຄືນກ່ຽວ​ກັບ​ການ​ປະຕິ​ບັດ​ນະ​ໂຍບາຍສຳ​ລັບ​ຜູ້​ມີ​ຄຸນງາມຄວາມດີ. ທ່ານ ຫງວຽນ​ທ້ຽນ​ເຍີນ ​ໃຫ້​ຮູ​້ວ່າ.

      “​​່ມາ​ຮອດ​ປະຈຸ​ບັນ, ມີ 63 ​ແຂວງ, ນະຄອນ​ໄດ້​ຈັດ​ຕັ້ງ​ການ​ກວດກາ​ຄັ້ງ​ໃຫຍ່, ດ້ວຍຜູ້​ມີ​ມີ​ຄຸນງາມຄວາມດີກວ່າ 2 ລ້ານ​ຄົນ. ຜ່ານ​ນັ້ນ​ຢືນຢັນ​ໄດ້​ວ່າ, ​ຜູ້​ມີ​​ຄຸນງາມຄວາມດີເກືອ​ບ 96% ​ໄດ້ຊົມ​ໃຊ້ນະ​ໂຍບາຍ​ຢ່າງ​ຖືກຕ້​ອງ ​ແລະ ຄົບ​ຖ້ວນ. ພິ​ເສດ​ໃນ​ຄັ້ງ​ນີ້, ​ຜູ້​ມີ​ຄຸນງາມຄວາມດີ 63.700 ຄົນ​ທີ່ຍັງ​ບໍ່​ທັນຊົມ​ໃຊ້​ຮັບ​ນະ​ໂຍບາຍ ​ໄດ້​ຈົດ​ທະບຽນ​ເຮັດ​ສຳ​ເນົາ​ແລ້ວ, ​ໃນ​ນັ້ນ​ມີຈຳນວນ 1/4 ​ແມ່ນອະດີດ​ຊາວ​ໜຸ່ມ​ຕະລຸມບອນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ້ອງ​ຖິ່ນ​ຕ່າງໆ​​ເລີ່​ມ​ຜັນ​ຂະຫຍາຍ, ​ເດືອນ 09 ຈະລາ​ຍງານ​ຕໍ່​ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ​ຢ່າງ​ເປັນ​ທາງ​ການ”.

ຂ່າວ/ບົດ​ອື່ນ