ເສີມຂະຫຍາຍມູນເຊື້ອເສັ້ນທາງໂຮ່ຈິມິນບົນທະເລໃນພາລະກິດສ້າງສາ ແລະ ປົກປັກຮັກສາອະທິປະໄຕຂອງປະເທດຊາດ.

(VOVWORLD) -ເນື່ອງໃນໂອກາດພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນເປີດເສັ້ນທາງໂຮ່ຈິມິນບົນທະເລ(ວັນທີ 23ຕຸລາ 1961- ວັນທີ 23 ຕຸລາ 2021), ຕອນບ່າຍວັນທີ 19 ຕຸລາຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມຫງວຽນຊວນຟຸກ ໄດ້ພົບປະກັບຄະນະຜູ້ແທນນັກຮົບເກົ່າ ເສັ້ນທາງໂຮ່ຈິມິນບົນທະເລ ແລະ ບັນດາຜູ້ຕາງໜ້າພະນັກງານ ນັກຮົບເຫຼົ່າທັບເຮືອທີ່ມີຜົນງານ, ວິລະກຳອັນດີເດັ່ນ
ເສີມຂະຫຍາຍມູນເຊື້ອເສັ້ນທາງໂຮ່ຈິມິນບົນທະເລໃນພາລະກິດສ້າງສາ ແລະ ປົກປັກຮັກສາອະທິປະໄຕຂອງປະເທດຊາດ.  - ảnh 1ທ່ານປະທານປະເທດຫງວຽນຊວນຟຸກກ່າວຄຳເຫັນທີ່ການພົບປະ

     ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດຫງວຽນຊວນຟຸກ ໄດ້ຢືນຢັນວ່າ ການເປີດເສັ້ນທາງໂຮ່ຈິມິນບົນທະເລ ສະແດງໃຫ້ເຫັນວິໄສທັດຍຸດທະສາດ, ຫົວຄິດປະດິດສ້າງ, ຄວາມປິຊາສາມາດຂອງພັກ ແລະ ປະທານໂຮ່ຈິມິນ. ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອເສັ້ນທາງໂຮ່ຈິມິນບົນທະເລໃນພາລະກິດສ້າງສາ ແລະ ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ, ເຂດໄຫຼ່ທະວີບຂອງປະເທດຊາດໃນສະພາບການໃໝ່, ເສີມຂະຫຍາຍມູນເຊື້ອຂອງເຫຼົ່າທັບເຮືອ, ທ່ານປະທານປະເທດຫງວຽນຊວນຟຸກ ຊີ້ແຈ້ງວ່າ :

    “ ຫວຽດນາມມີເນື້ອທີ່ດິນຕໍ່ແຜ່ນ 3.3000 ຕາລາງ ກມ, ມີ 3 ສ່ວນແມ່ນພູຜາ, 4 ສ່ວນແມ່ນທະເລ ແລະ ມີພຽງສ່ວນໜຶ່ງແມ່ນດິນກະສີກຳ. ດັ່ງນັ້ນ ທະເລບໍ່ພຽງແຕ່ແມ່ນເຂດເພື່ອຄວາມຍືນຍົງຄົງຕົວເທົ່ານັ້ນ, ຫາກຍັງແມ່ນເຂດນ້ຳແດນດິນທີ່ສັກກະຫຼະບູຊາຂອງປະເທດຊາດອີກດ້ວຍ. ພວກເຮົາເດັດດຽວປົກປັກຮັກສາຜືນແຜ່ນດິນຂອງປະເທດຫວຽດນາມສົງຄົມນິຍົມ. ຂ້າພະເຈົ້າສະເໜີໃຫ້ກໍ່ສ້າງເຫຼົ່າທັບເຮືອໃຫ້ທັນສະໄໝ ຄືດັ່ງມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງອອກ”

ຕອບກັບ

ຂ່າວ/ບົດ​ອື່ນ