ເຫຼັກສະເໜີເຈລະຈາກັບຕວກກີເລັ່ງໃສ່ການແບ່ງກຳນົດເຂດນ່ານນ້ຳ

(VOVWORLD) - ວັນທີ 24 ກັນຍາ, ເຫຼັກ ໃຫ້ຮູ້ວ່າ ຈຸດເວລາເຊື່ອມຕໍ່ການເຈລະຈາກັບ ຕວັກກີ ກ່ຽວກັບການຂັດແຍ້ງຢູ່ເຂດທາງທິດຕາເວັນອອກທະເລເມດີແຕຣາເນ ທີ່ຍັງບໍ່ທັນໄດ້ກຳນົດເທື່ອ.

ເຫຼັກສະເໜີເຈລະຈາກັບຕວກກີເລັ່ງໃສ່ການແບ່ງກຳນົດເຂດນ່ານນ້ຳ - ảnh 1 ກ່ຳປັ່ນສຳຫຼວດນ້ຳມັນ “Oruc Reis” ຂອງຕວັກກີ

(ພາບປະກອບ: TTXVN)

ເມື່ອແລກປ່ຽນກັບວົງການນັກຂ່າວ, ໂຄສົກລັດຖະບານເຫຼັກ ທ່ານ Stelios Petsas ໃຫ້ຮູ້ວ່າ, ບັນດາການເຈລະຈາຈະເລັ່ງໃສ່ບັນຫາແບ່ງກຳນົດເຂດນ່ານນ້ຳ, ເຂດເສດຖະກິດພິເສດ ແລະ ເຂດໄຫຼ່ທະວີບ. ກ່ອນໜ້ານັ້ນ, ເຫຼັກ ໃຫ້ຮູ້ວ່າ ບັນດາການເຈລະຈາຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ຢູ່ນະຄອນ Istanbul ຂອງ ຕວັກກີ.

          ສ່ວນຝ່າຍຕວັກກີ ໃຫ້ຮູ້ວ່າ, ຍັງບໍ່ທັນກຳນົດເວລາໃນການເຊື່ອມຕໍ່ການເຈລະຈາຄືນໃໝ່ເທື່ອ, ແຕ່ເຈົ້າໜ້າທີ່ຂັ້ນສູງໄດ້ເວົ້າວ່າ 2 ຝ່າຍອາດຈະເລີ່ມດຳເນີນການເຈລະຈາໃນທ້າຍເດືອນ ກັນຍາ ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ