ເຫດກໍ່ລັດຖະປະຫານຢູ່ຕວກກີ:ຕວກກີສືບຕໍ່ສະເໜີອາເມລິກາພາຕົວບາດຫຼວງGulen

ເຫດກໍ່ລັດຖະປະຫານຢູ່ຕວກກີ:ຕວກກີສືບຕໍ່ສະເໜີອາເມລິກາພາຕົວບາດຫຼວງGulen - ảnh 1
ບາດ​ຫຼວງ Fethullah Gulen
(ພາບ:

(vovworld) – ​ ວັນ​ທີ 18/8, ທ່ານ​ປະທານາທິບໍ​ດີ ຕວກກີ Tayyip Erdogan ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ, ​ເຊິ່ງ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ ຕວກກີ, ຄວນ​ສ້າງ​ເງື່ອນ​ໄຂ​ເພື່ອ​ນຳ​ຕົວ​ບາດ​ຫຼວງ Fethullah Gulen ​ເຊິ່ງປະຈຸ​ບັນ​ພວມ​ດຳລົງ​ຊີວິດ​ພັດ​ຖິ່ນ​ຢູ່ ອາ​ເມ​ລິ​ກາ, ​ທ່ານ​ຜູ້​ນີ້​ເຄີຍ​ຖືກ ອານ​ກາຣາ ກ່າວ​ຫາ​ແມ​່ນຜູ້ວາງ​ອຸບາຍ​ການ​ລັດຖະປະຫາ​ນດ້ານ​ການ​ທະຫານ​ທີ່​ບໍ່​ບັນລຸ​ຜົນສຳ​ເລັດ​ເມື່ອ​ກາງເດືອນ​ກ່ອນ, ກັບ​ເມື່ອ ຕວກກີ. ກ່າວ​ຄຳ​ເຫັນ​ທີ່ ອານ​ກາຣາ, ທ່ານ Erdogan ​ໃຫ້​ຮູ້​ວ່າ: ທ່ານ​ໄດ້​ສ​ະ​ເໜີ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ອະນຸຍາດ​ໃຫ້​ພາຕົວ​ບາດ​ຫຼວງ Gulen ກັບ​ເມື​ອຕວກກີ. ວໍ​ຊິງ​ຕັນ ມີ​ປະຕິກິລິຍາ​ຢ່າງ​ລະມັດລະວັງ ​ແລະ ​ໃຫ້​ຮູ້​ວ່າ​ປະ​ເທດ​ນີ້​ຕ້ອງ​ເຫັນ​ພະຍານ​ຫຼັກ​ຖານ​ຢ່າງ​ຈະ​ແຈ້ງ​ເພື​່ອພິສູດ​ໃຫ້​ເຫັນ​ມີ​ສ່ວນ​ກ່ຽວຂ້ອງ​ຂອງ​ທ່ານ Gulen ກັບ​ເຫດ​ກໍ່​ລັດຖະປະຫານ​ເມື່ອ​ວັນ​ທີ 15/7 ຜ່ານ​ມາ.


ຂ່າວ/ບົດ​ອື່ນ