ເຫດກ​ານ ແລ່ນ ແລະ ບໍ​ລິ​ຈາກ​ເລືອດ “Run for Blood”

(VOVWORLD) -. ເຫດການດັ່ງກ່າວ ໂດຍ ປະຊາຄົມ “Run for Self ” (ແລ່ນເພື່ອຕົນເອງ) ຈັດຕັ້ງຂຶ້ນ ເພື່ອແນໃສ່ລະດົມທຸກຄົນເຂົ້າຮ່ວມການບໍລິຈາກເລືອດຢ່າງຕັ້ງໜ້າ ເພື່ອ ຊ່ວຍແກ້ໄຂສະພາບການຂາດແຄນເລືອດ ພາຍຫຼັງບຸນປີໃໝ່ປະຈຳຊາດປີ ສະຫຼູ 2021.
ເຫດກ​ານ ແລ່ນ ແລະ ບໍ​ລິ​ຈາກ​ເລືອດ “Run for Blood” - ảnh 1ຜູ້ເຂົ້າຮ່ວມເຫດການແລ່ນ ແລະ ບໍລິຈາກເລືອດ (ພາບ: vienhuyethoc.vn)

ເຫດການແລ່ນ ທີ່ມີຊື່ວ່າ “Run for Blood” (ແລ່ນເພື່ອບໍລິຈາກເລືອດ) ຖືກຈັດຂຶ້ນຢ່າງພ້ອມພຽງຢູ່ ຮ່າໂນ້ຍ, ດ່າໜັງ ແລະ ນະຄອນໂຮ່ຈີມິນ ໃນຕອນເຊົ້າວັນທີ 28 ກຸມພາ. ເຫດການດັ່ງກ່າວ ໂດຍ ປະຊາຄົມ “Run for Self” (ແລ່ນເພື່ອຕົນເອງ) ຈັດຕັ້ງຂຶ້ນ ເພື່ອແນໃສ່ລະດົມທຸກຄົນເຂົ້າຮ່ວມການບໍລິຈາກເລືອດຢ່າງຕັ້ງໜ້າ ເພື່ອ ຊ່ວຍແກ້ໄຂສະພາບການຂາດແຄນເລືອດ ພາຍຫຼັງບຸນປີໃໝ່ປະຈຳຊາດປີ ສະຫຼູ 2021.

ຢູ່ຮ່າໂນ້ຍ, ເຫດການດັ່ງກ່າວ ໄດ້ເລີ່ມແຕ່ເວລາ 6 ໂມງເຊົ້າ ແລະ ໄດ້ແບ່ງອອກເປັນຫຼາຍຄັ້ງ, ຫຼາຍຊົ່ວໂມງທີ່ແຕກຕ່າງກັນ ເພື່ອຈຳກັດການເຕົ້າໂຮມກັນຫຼາຍຄົນ. ຜູ້ເຂົ້າຮ່ວມ ຈະແລ່ນອ້ອມໜອງຮວ່ານກ໊ຽມ ຫຼື ສະຖານທີ່ອື່ນ, ຫຼັງຈາກນັ້ນ ຈະໄປບໍລິຈາກເລືອດຢູ່ເຮືອນເລກທີ 26, ຖະໜົນ ເລືອງງອັກກວຽນ, ເມືອງຮວ່ານກ໊ຽມ ຫຼື ສະຖາບັນເລືອດສາດ  ແລະ ສົ່ງເລືອດສູນກາງ. ຢູ່ນະຄອນ ໂຮ່ຈີມິນ ແລະ ດ່າໜັງ ພາຍຫຼັງທີ່ເຂົ້າຮ່ວມເຫດການແລ່ນແລ້ວ ກໍຈະໄປບໍລິຈາກເລືອດເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ