ເຫດການ​ກໍ່​ກາ​ນ​ຮ້າຍ​ວັນ​ທີ 11 ກັນ​ຍາ ຄົບ​ຮອບ 20 ປີ: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ຈົ່ງ​ສາ​ມັກ​ຄີ​ກັນ

(VOVWORLD) - ໃນຄຼິບວີດີໂອໜຶ່ງທີ່ໄດ້ເອົາລົງໃນວັນທີ 10 ກັນຍາ ກ່ອນດຳເນີນພິທີລະນຶກເຫດບຸກໂຈມຕີກໍ່ການຮ້າຍທີ 11 ກັນຍາ ແນໃສ່ ອາເມລິກາ ຄົບຮອບ 20 ປີ, ທ່ານປະທານາທິບໍດີ ອາເມລິກາ Joe Biden  ໄດ້ຮຽກຮ້ອງໃຫ້ປະຊາຊົນ ຈົ່ງສະແດງຄວາມສາມັກຄີ, ເຊິ່ງເປັນສິ່ງທີ່ທ່ານຖືວ່າ ແມ່ນ “ກໍາລັງແຮງສູງສຸດ” ຂອງປະເທດນີ້.
ເຫດການ​ກໍ່​ກາ​ນ​ຮ້າຍ​ວັນ​ທີ 11 ກັນ​ຍາ ຄົບ​ຮອບ 20 ປີ: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ຈົ່ງ​ສາ​ມັກ​ຄີ​ກັນ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ກ່າວຄໍາເຫັນທີ່ການຖະແຫຼງຂ່າວຢູ່ ວໍຊິງຕັນ (ພາບ: AFP/TTXVN)

ຕາມແຜນການແລ້ວ, ໃນວັນທີ 11 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Joe Biden  ພ້ອມດ້ວຍພັນລະຍາ Jill Biden ຈະໄປຢ້ຽມຢາມ 3 ສະຖານທີ່ທີ່ຖືກບຸກໂຈມຕີໃນວັນທີ 11 ກັນຍາ 2001, ເຊິ່ງລວມມີ ນະຄອນ ນິວຢອກ, ທຳນຽບ 5 ແຈ ແລະ ທົ່ງນາຢູ່ລັດ Pennsylvania. ທ່ານປະທານາທິບໍດີ Joe Biden  ຈະບໍ່ມີບົດກ່າວປາໄສຕໍ່ມວນຊົນໃນພິທີລະນຶກເຫດບຸກໂຈມຕີ 11 ກັນຍາ.

ການບຸກໂຈມຕີກໍ່ການຮ້າຍແນໃສ່ ອາເມລິກາ ຂອງກຳລັງ Al Qaeda ໃນວັນທີ 11 ກັນຍາ ປີ 2001 ໄດ້ເຮັດໃຫ້ທົ່ວໂລກສັ່ນສະເທື່ອນ. ການບຸກໂຈມຕີດັ່ງກ່າວ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 2.976 ຄົນ, ມີຜູ້ຮັບບາດເຈັບກວ່າ 6.000 ຄົນ ແລະ ສ້າງຜົນເສຍຫາຍກ່ຽວກັບດ້ານຊັບສິນ ແລະ ພື້ນຖານໂຄງລ່າງ ຢ່າງໜ້ອຍສຸດ 10 ຕື້ USD, ຄາດວ່າ ໄດ້ກໍ່ຜົນເສຍຫາຍລວມທັງໝົດຂຶ້ນເຖິງ 3.000 ຕື້ USD. ເຫດກໍ່ການຮ້າຍດັ່ງກ່າວ ຍັງສົ່ງຜົນຮ້າຍຢ້ອນຫຼັງຢ່າງຫຼວງຫຼາຍຕໍ່ສຸຂະພາບ ແລະ ບາດແຜດ້ານຈິດຕະສາດທີ່ແກ່ຍາວ, ພິເສດແມ່ນສຳລັບປະຊາຊົນ ນິວຢອກ.

ຕອບກັບ

ຂ່າວ/ບົດ​ອື່ນ