ເຫດການມອດໄຟ1ຊົ່ວໂມງເພື່ອໜ່ວຍໂລກ2016: ການກະທຳນ້ອຍແຕ່ຄວາມໝາຍໃຫຍ່

ເຫດການມອດໄຟ1ຊົ່ວໂມງເພື່ອໜ່ວຍໂລກ2016: ການກະທຳນ້ອຍແຕ່ຄວາມໝາຍໃຫຍ່ - ảnh 1
(ພາບປະກອບຈາກ vnexpress.net)

(vovworld) - ຕອນ​ຄຳ່​ວັນ​ທີ 19/3, ຢູ່​ຫຼາຍ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ໄດ້​ດຳ​ເນີນ​ເຫດການ​ມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກປີ 2016 ດ້ວຍ​ຫົວ​ຂໍ້ “ການ​ກະທຳ​ນ້ອຍ​ແຕ່​ຄວາມ​ໝາຍ​ໃຫຍ່“. ຢູ່ ຮ່າ​ໂນ້ຍ, ​ເຫດການ​ນີ້​ໄດ້​ດຶງດູດ​ນັກຮຽນ, ນັກ​ສຶກສາ ​ແລະ ບັນ​ດານັກ​ອາສາ​ສະໝັກ​ໃນ​ບໍລິ​ເວນ​ນະຄອນ​ນັບ​ພັນ​ຄົນ​ເຂົ້າ​ຮ່ວມ. ​ເວລາ 20 ​ໂມງ 30 ນາທີ, ຜູ້ຕາງໜ້າ​ກະຊວງ​ອຸດສາຫະກຳ ການ​ຄ້າ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ, ກຸ່ມ​ບໍລິສັດ​ພະລັງ​ໄຟຟ້າ ຫວຽດນາມ, ​ເອກ​ອັກຄະ​ລັດຖະທູດ ​ແດນ​ມາກ ປະຈຳ​ຫວຽດນາມ ​ໄດ້​ພ້ອມ​ກັນ​ກົດ​ປຸ່ມ​ປະຕິບັດ​ພິທີການ​ມອດ​ໄຟ, ຕອບ​ສະໜອງເຫດການ​ມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກປີ 2016. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ຢວານ​ຕວານ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ, ​ເນັ້ນ​ໜັກ​ວ່າ:

“ຕອບ​ສະໜອງເຫດການ​ມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກປີ 2016, ນະຄອນ ຮ່າ​ໂນ້ຍພ້ອມ​ກັບ​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ໄດ້​ມອດ​ໄຟ ​ແລະ ບັນດາ​ອຸປະກອນ​ໄຟຟ້າ​ທີ່​ບໍ່​ຈຳ​ເປັນ​ໃນ​ເວລາ 1 ຊົ່ວ​ໂມງ. ຕາງໜ້າ​ການ​ນຳ​ນະຄອນ ຮ່າ​ໂນ້ຍ, ຂ້າພະ​ເຈົ້າ​ຮຽກຮ້ອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ປະຊາ​ຄົມ​ວິ​ສາ​ຫະກິດ, ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ໃນ​ບໍລິ​ເວນ​ນະຄອນຫຼວງ​ເຂົ້າ​ຮ່ວມ​ຕອບ​ສະໜອງ​ລາຍການ ດ້ວຍ​ບັນດາ​ການ​ກະທຳ​ທີ່​ແທດ​ຈິງ, ມີ​ຄວາມ​ໝາຍ​, ດ້ວຍ​ຈຸດໝາຍ​ນຳ​ໃຊ້​ຊັບພະຍາກອນ​ຢ່າງ​ເໝາະ​ສົມ ​ແລະ ​ມີ​ປະສິດທິ​ຜົນ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ“.

​ແລະ​ກໍ່​ໃນ​ຕອນ​ຄຳ່​ວັນ​ທີ 19/3, ບັນດາ​ສະຖານ​ທີ່​ລື​ຊື່​ນັບ​ຮ້ອນ​ແຫ່ງ​ຢູ່​ໃນ​ໂລກ​ເຊັ່ນ ຕົວ Eiffel, ​ໂຮງ​ລະຄອນ ​Opera Sydney, ຕຶກ​ອາຄານ Empire State ຢູ່ ນິວຢອກ, ອາ​ເມ​ລິ​ກາ… ກໍ່​ລ້ອນ​ແຕ່​ມອດ​ໄຟ​ເພື່ອ​ຕອບ​ສະໜອງ​ເຫດການ​ນີ້. ບັນດາ​ນັກ​ຈັດ​ຕັ້ງ ເຫດການ​ມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກປີ 2016 ຫວັງ​ວ່າ, ບັນດາ​ການ​ເຄື່ອນ​ໄຫວ​ໃນ​ປີ​ນີ້​ຈະ​ຊຸກຍູ້​ກຳລັງ​ໜູນ​ໃໝ່​ໃນ​ຄວາມ​ມານະ​ພະຍາຍາມ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປະຢັດ​ພະລັງງານ, ພາຍຫຼັງ​ທີ່​ບັນດາ​ການ​ນຳ​ໂລກ​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຕ້ານ​ກາ​ນປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່ ປາຣີ ​ເມື່ອ​ປີ​ກາຍ​ນີ້.

ຂ່າວ/ບົດ​ອື່ນ