ເຫດການເຮືອບິນ ມາເລເຊຍ ຫາຍສາບສູນ: ແຜນການຊອກຫາ, ກູ້ໄພກູ້ຊີບຂອງ ຫວຽດນາມ ບໍ່ປ່ຽນແປງ

ເຫດການເຮືອບິນ ມາເລເຊຍ ຫາຍສາບສູນ: ແຜນການຊອກຫາ, ກູ້ໄພກູ້ຊີບຂອງ ຫວຽດນາມ ບໍ່ປ່ຽນແປງ - ảnh 1
ການປະຊຸມຜູ້ຕາງໜ້າອຳນາດການປົກຄອງ ມາເລເຊຍ ແລະ ຈີນ ໃນວັນທີ 12/3
(ພາບ: EPA)


(vovworld) – ຕອນ​ເຊົ້າ​ວັນ​ທີ 12/3, ທີ່​ສຳ​ນັກ​ງານ​ຫ້​ອງການ​ຄະນະ​ກຳມະການ​ແຫ່ງ​ຊາດ​ຊອກ​ຫາ, ກູ້​ໄພ​ກູ້​ຊີບ, ພົນ​ຕີ ຫວໍວັນຕ໋ວນ, ຮອງຫົວໜ້າ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ ຫວຽດນາມ, ​ໃຫ້​ຮູ້​ວ່າ: ​ແຜນການ​ຊອກ​ຫາ, ກູ້​ໄພ​ກູ້​ຊີບ​ຂອງ ຫວຽດນາມ ກ່ຽວ​ກັບ​ເຮືອບິນ ມາ​ເລ​ເຊຍ ຫາຍ​ສາບ​ສູນ​ແມ່ນ​ບໍ່​ປ່ຽນ​​ແປງ, ​ຫາກຈະ​ເປີດ​ກ້ວາງອອກສູ່​ທິດຕາ​ເວັນ​ອອກ ທັງ​ທາງ​ອາກາດ ​ແລະ ທາງບົກອີກ. ຍ້ອນ​ວ່າ, ບັນດາ​ສັນຍານ​ທີ່​ໄດ້​ຊອກ​​ເຫັນ​ໃນ​ຊຸມ​ວັນ​ຜ່ານ​ມາ​ບໍ່​ທັນ​ຢັ້ງຢືນໄດ້ວ່າ ມີສ່ວນ​ກ່ຽວຂ້ອງ​ເຖິງ​ເຮືອບິນ​​ດັ່ງກ່າວ​ເທື່ອ.

    ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ ຈູ​ຊວນ​ຮູ​ຍ, ຫົວໜ້າ​ຫ້ອງ​ຄຸ້ມ​ຄອງ ​ແລະ ຂຸດ​ຄົ້ນ​ຂໍ້​ມູນ​ຮູບ​ຖ່າຍ​ຈາກ​ດາວ​ທຽມ, ຂຶ້ນ​ກັບ​ສູນ​ບັນຊາ ​ແລະ ຂຸດ​ຄົ້ນ​ດາວ​ທຽມ​ນ້ອຍ (ສະ​ພາມາຫາບັນ​ດີດ​ວິທະຍາ​ສາດ ​ແລ​ະ ​ເຕັກ​ໂນ​ໂລ​ຢີ ຫວຽດນາມ) ​ໃຫ້​ຮູ້​ວ່າ: ​ຕອນ​ຄຳ່​ວັນ​ທີ 11/3, ຫົວໜ່ວຍ​ດັ່ງກ່າວ​ໄດ້​ຮັບ​ຂໍ້​ມູນ​ຈາກ​ດາວ​ທຽມ VNRedsat – 1 ​ເຊິ່ງ​ໄດ້​ຖ່າຍ​ຈາກ​ບໍລິ​ເວນ​ທີ່​ສົງ​ໄສ​ວ່າ​ເຮືອບິນ ມາ​ເລ​ເຊຍ ຫາຍ​ສາບ​ສູນ, ​ໃກ້​ກັບ​ເກາະ ​ໂຖ​ຈູ. ​ແຕ່ຜ່ານ​ການ​ໄຈ້​ແຍກ​ໃນ​ເບື້ອງ​ຕົ້ນ, ບັນດາ​ນັກ​ຊ່ຽວຊານ​ບໍ່​ທັນ​ຊອກ​ຫາ​ໄດ້ສັນຍານທີ່ສົງໃສ ​ແລະ ວັດ​ຖຸ​ແປກໆ​ໃດ. ​ຕາມ​ແຜນການ​ແລ້ວ, ວັນ​ທີ 13/3, ດາວ​ທຽມ VNRedsat – 1 ຈະ​ສືບ​ຕໍ່​ຖ່າຍຮູບ​ບໍລິ​ເວນ​ທີ່​ສົງ​ໄສ​ວ່າ ມີເຮືອບິນ ມາ​ເລ​ເຊຍ ຫາຍ​ສາບ​ສູນ.

ຂ່າວ/ບົດ​ອື່ນ