ເຫດຍິງທົດລອງລູກສອນໄຟຂອງ ສປປ ເກົາຫຼີ: ພຽງຢາງ ປະກາດການຍິງທົດລອງລູກສອນໄຟນຳວິຖີສຳເລັດຜົນ

(VOVWORLD) - ວັນທີ 4 ກໍລະກົດ, ສປປ ເກົາຫຼີ ໄດ້ປະກາດວ່າ: ເຫດຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບ (ICBM) ໃນຕອນເຊົ້າວັນດຽວກັນພາຍໃຕ້ການຕິດຕາມກວດກາຂອງການນຳ Kim Jong –un ປະສົບຜົນສຳເລັດ, ພ້ອມທັງກ່າວເຕືອນວ່າ ລູກສອນໄຟປະເພດນີ້ອາດສາມາດບຸກໂຈມຕີບໍ່ວ່າສະຖານທີ່ໃດໃນໂລກ.
ເຫດຍິງທົດລອງລູກສອນໄຟຂອງ ສປປ ເກົາຫຼີ: ພຽງຢາງ ປະກາດການຍິງທົດລອງລູກສອນໄຟນຳວິຖີສຳເລັດຜົນ - ảnh 1 ຮູບພາບທີ່ໄດ້ຮັບຖືວ່າ ແມ່ນລູກສອນໄຟນຳວິຖີຂອງ ສປປ ເກົາຫຼີ

ກໍ່ໃນຕອນເຊົ້າວັນທີ 4 ກໍລະກົດ, ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ໄດ້ກ່າວປະນາມເຫດ ສປປ ເກົາຫຼີ ຍິງທົດລອງໃນວັນດຽວກັນຢ່າງແຮງ, ຖືວ່າ ເຊີອູນ ຈະບໍ່ອະໄພຕໍ່ການກະທຳເກາະຜິດຄືແນວນັ້ນ.

        ໃນສະພາບການທີ່ກ່ຽວຂ້ອງ, ພາຍຫຼັງກອງທັບ ສ.ເກົາຫຼີ ໃຫ້ຂ່າວວ່າ: ສປປ ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີ ຢູ່ເຂດໃກ້ຊາຍແດນກັບຈີນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຮຽກຮ້ອງໃຫ້ ປັກກິ່ງ ມີການກະທຳລະອຽດກັບພຽງຢາງ. ໃນສື່ສັງຄົມ Twitter, ທ່ານປະທານາທິບໍດີ Donald Trump ໄດ້ຕຳນິຕິຕຽນການນຳ ສປປ ເກົາຫຼີ Kim Jong – un ພາຍຫຼັງເຫດທົດລອງລູກສອນໄຟຫຼ້າສຸດຂອງ ພຽງຢາງ ໃນຕອນເຊົ້າວັນທີ 4 ກໍລະກົດ.

        ໃນຂະນະນັ້ນ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃຫ້ຮູ້ວ່າ: ຍີ່ປຸ່ນ, ອາເມລິກາ ແລະ ສ. ເກົາຫຼີ ຈະສົມທົບກັນເພື່ອຊຸກຍູ້ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂອງໂລກ (G20), ຄາດວ່າຈະດຳເນີນໃນວັນທີ 7 ແລະ 8 ກໍລະກົດ ຢູ່ Hamburg, ເຢຍລະມັນ ເພີ່ມທະວີກຳລັງດັ່ນຕໍ່ສປປ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ