ເຫດຍິງປືນຢູ່ Las Vegas: ຈຳນວນຜູ້ເສຍຊີວິດ, ຮັບບາດເຈັບເພີ່ມຂຶ້ນເຖິງເກືອບ 580 ຄົນ

(VOVWORLD) - ຢ່າງໜ້ອຍສຸດມີ 58 ຄົນເສຍຊີວິດ ແລະ 515 ຄົນຖືກຮັບບາດເຈັບໃນເຫດຍິງປືນທີ່ນອງເລືອດຢູ່ Casino, Las Vegas, ຂຶ້ນກັບລັດ Nevad (ປະເທດ ອາເມລິກາ) ໃນຄ່ຳຄືນວັນທີ 1 ຕຸລາ.
ເຫດຍິງປືນຢູ່ Las Vegas: ຈຳນວນຜູ້ເສຍຊີວິດ, ຮັບບາດເຈັບເພີ່ມຂຶ້ນເຖິງເກືອບ 580 ຄົນ - ảnh 1 ຕຳຫຼວດຢູ່ສະຖານທີ່ເກີດເຫດ

ກ່າວຄຳເຫັນທາງໂທລະພາບເມື່ອວັນທີ 2 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວປະນາມຢ່າງຮຸນແຮງຕໍ່ການກະທຳເຂັ່ນຂ້າກ່ວາ 50 ຄົນຂອງຕົວການແມ່ນການກະທຳຂອງ “ຜີສາງ”. ທ່ານປະທານາທິບໍດີ ອາເມລິກາ ກໍ່ໃຫ້ຮູ້ວ່າ ທ່ານຈະລົງຕິດຕາມກວດກາສະພາບການຢູ່ Las Vegas ໃນວັນທີ 4 ຕຸລາ. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ Trump ກໍ່ໄດ້ຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງບັນດາຄອບຄົວຜູ້ປະສົບເຄາະຮ້າຍຜ່ານສື່ສັງຄົມ Twitter.

        ອົງການ IS ຖະແຫຼງຍອມຮັບເປັນຕົວການຢືນຢູ່ເບື້ອງຫຼັງເຫດການຍິງປືນນີ້. ສື່ເອເລັກໂຕນິກ Amaq ຂອງ IS ໃຫ້ຮູ້ວ່າ: ຜູ້ຖືກລະແວງສົງໄສ Stephen Paddock ໄດ້ຂໍຖືສາສະໜາ ອິດສະລາມ ກ່ອນນີ້ 2 -3 ເດືອນ. ສື່ເອເລັກໂຕນິກນີ້ໄດ້ຊີ້ແຈ້ງ ເຫດບຸກໂຈມຕີຢູ່ Las Vegas ແມ່ນ “ຍ້ອນບຸກຄົນໜຶ່ງຂອງ IS ດຳເນີນ” ແລະ ເພື່ອແນໃສ່ໂຕ້ຕອບບັນດາປະເທດທີ່ຂຶ້ນກັບສຳພັນທະມິດຕ້ານ IS ຢູ່ຕາເວັນອອກກາງ ໂດຍ ອາເມລິກາ ນຳໜ້າ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນສະພາບການຫຼ້າສຸດ, ກົມສືບສວນສະຫະລັດ ອາເມລິກາ (FBI) ໄດ້ປະຕິເສດສາຍກ່ຽວພັນລະຫວ່າງເຫດບຸກໂຈມຕີກັບການກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ