ເຫດຍິງປືນຢູ່ ປຣາຮາ ເຮັດໃຫ້ຢ່າງໜ້ອຍສຸດມີ 14 ຄົນເສຍຊີວິດ ແລະ ນັບສີບຄົນຖືກຮັບບາດເຈັບ

(VOVWORLD) - ລັດຖະບານສ.ເຊັກໂກ ກໍ່ໄດ້ປະກາດຈັດພິທີໄວ້ທຸກລະດັບຊາດ ເພື່ອອາໄລຫາບັນດາຜູ້ຖືກເຄາະຮ້າຍໃນເຫດບຸກຍິງດັ່ງກ່າວໃນວັນທີ 23 ທັນວາ.
ເຫດຍິງປືນຢູ່ ປຣາຮາ ເຮັດໃຫ້ຢ່າງໜ້ອຍສຸດມີ 14 ຄົນເສຍຊີວິດ ແລະ ນັບສີບຄົນຖືກຮັບບາດເຈັບ - ảnh 1 ຕຳຫຼວດ ສ.ເຊັກໂກ ແຈ້ງໃຫ້ຊາບວ່າ ໄດ້ຈັບຕົວຄົນຮ້າຍທີ່ຖືກສົງໄສວ່າກໍ່ເຫດບຸກຍິງປືນຢູ່ມະຫາວິທະຍາໄລ Charles
(ພາບ: THX/TTXVN)

        ຕອນບ່າຍວັນທີ 21 ທັນວາ (ຕາມເວລາທ້ອງຖິ່ນ), ຕຳຫຼວດ ສ.ເຊັກໂກ ແຈ້ງໃຫ້ຊາບວ່າ ໄດ້ຈັບຕົວຄົນຮ້າຍທີ່ຖືກສົງໄສວ່າກໍ່ເຫດບຸກຍິງປືນຢູ່ມະຫາວິທະຍາໄລ Charles ຢູ່ນະຄອນຫຼວງ ປຣາຮາ, ເຮັດໃຫ້ຢ່າງໜ້ອຍສຸດມີ 14 ຄົນເສຍຊີວິດ ແລະ ນັບສີບຄົນໄດ້ຮັບບາດເຈັບ. ຕາມຕຳຫຼວດແລ້ວ, ຄົນຮ້າຍແມ່ນນັກສຶກສາພະແນກສິລະປະຂອງໂຮງຮຽນ ແລະ ບໍ່ມີສ່ວນກ່ຽວຂ້ອງເຖິງການກໍ່ການຮ້າຍສາກົນ. ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງພາຍໃນ ສ.ເຊັກໂກ Vit Rakusan ໄດ້ມາສະຖານທີ່ເກີດເຫດໃນທັນທີ, ພ້ອມທັງໃຫ້ຮູ້ວ່າ ສະພາບການແມ່ນ “ຮ້າຍແຮງທີ່ສຸດ”.

        ໃນຂະນະນັ້ນ, ທ່ານປະທານາທິບໍດີ ສ.ເຊັກໂກ Petr Pavel ທີ່ພວມຢູ່ຢ້ຽມຢາມ ປາຣີ, ປະເທດ ຝລັ່ງ ໃຫ້ຮູ້ວ່າ, ທ່ານ “ຊ໊ອກ” ຕໍ່ເຫດບຸກຍິງປືນ ແລະ ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງຄອບຄົວ ແລະ ຍາດຕິພີ່ນ້ອງຂອງຜູ້ຖືກເຄາະຮ້າຍ.

        ໃນວັນດຽວກັນ, ລັດຖະບານສ.ເຊັກໂກ ກໍ່ໄດ້ປະກາດຈັດພິທີໄວ້ທຸກລະດັບຊາດ ເພື່ອອາໄລຫາບັນດາຜູ້ຖືກເຄາະຮ້າຍໃນເຫດບຸກຍິງດັ່ງກ່າວໃນວັນທີ 23 ທັນວາ.

        ພາຍຫຼັງໄດ້ຮັບຂ່າວ, ບັນດາການນຳໂລກກໍ່ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈ, ຄວາມເຫັນໃຈ, ສາມັກຄີຕໍ່ບັນດາຜູ້ຖືກເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າ.

        ໃນສືສັງຄົມ X, ທ່ານປະທານສະພາເອີລົບ Roberta Metsola ເນັ້ນໜັກເຖິງ ຄວາມຈຳເປັນທີ່ຕ້ອງມີບັນດາຄວາມມານະພະຍາຍາມສົມທົບກັນ ເພື່ອສະກັດກັ້ນບັນດາເຫດການຄືແນວນັ້ນບໍ່ໃຫ້ເກີດຂຶ້ນໃນອະນາຄົດ. ສ່ວນທີ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier, ໃຫ້ຮູ້ວ່າ, ທ່ານຮູ້ສຶກຢ້ານກົວຕໍ່ຂໍ້ມູນກ່ຽວກັບເຫດບຸກຍິງປືນດັ່ງກ່າວ. ນອກຈາກນັ້ນ, ກໍ່ມີການນຳຫຼາຍປະເທດ, ຄື: ຝລັ່ງ, ອີຕາລີ, ໂຮນລັງ, ແບນຊິກ…. ກໍ່ສະແດງຄວາມເສົ້າສະຫຼົດໃຈຕໍ່ເຫດບຸກຍິງຢູ່ ປຣາຮາ ແລະ ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງບັນດາຄອບຄົວຜູ້ປະສົບເຄາະຮ້າຍເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ