ເຫດຍິງປືນຢູ່ ອາເມລິກາ ເຮັດໃຫ້ຫຼາຍຄົນຖືກເສຍຊີວິດ ແລະ ຮັບບາດເຈັບ

(VOVWORLD) - ຕາມແຫຼ່ງຂ່າວຈາກຕຳຫຼວດແລ້ວ, ຜູ້ຍິງປືນໄດ້ຍ່າງເຂົ້າໄປຮ້ານຂາຍລົດ ແລະ ຍິງປືນ ເຮັດໃຫ້ 3 ຄົນເສຍຊີວິດ ແລະ ຫຼັງຈາກນັ້ນກໍ່ຂ້າຕົວຕາຍ.
ເຫດຍິງປືນຢູ່ ອາເມລິກາ ເຮັດໃຫ້ຫຼາຍຄົນຖືກເສຍຊີວິດ ແລະ ຮັບບາດເຈັບ - ảnh 1 ພາບປະກອບ

ຕຳຫຼວດ Houston ໃຫ້ຮູ້ວ່າ: ຢ່າງໜ້ອຍສຸດມີ 3 ຄົນຖືກເສຍຊີວິດ ໃນເຫດຍິງປືນເກີດຂຶ້ນຢູ່ຮ້າຍຂາຍລົດໂອໂຕແຫ່ງໜຶ່ງທາງທິດຕາເວັນຕົກສ່ຽງໃຕ້ຂອງນະຄອນ Houston ຂຶ້ນກັບ ລັດ Texas, ປະເທດ ອາເມລິກາ. ເຫດການເກີດຂຶ້ນຕອນຮຸ່ງເຊົ້າຂອງວັນທີ 30 ທັນວາ (ຕາມເວລາ ຫວຽດນາມ, ກົງກັບຕອນບ່າຍວັນທີ 29 ທັນວາ ຕາມເວລາ ອາເມລິກາ). ຕາມແຫຼ່ງຂ່າວຈາກຕຳຫຼວດແລ້ວ, ຜູ້ຍິງປືນໄດ້ຍ່າງເຂົ້າໄປຮ້ານຂາຍລົດ ແລະ ຍິງປືນ ເຮັດໃຫ້ 3 ຄົນເສຍຊີວິດ ແລະ ຫຼັງຈາກນັ້ນກໍ່ຂ້າຕົວຕາຍ. ປະຈຸບັນ, ບໍ່ທັນຮູ້ເຫດຈູງໃຈຂອງການຍິງປືນເທື່ອ ແລະ ບໍ່ທັນຮູ້ຂໍ້ມູນກ່ຽວກັບຈຳນວນຜູ້ຖືກຮັບບາດເຈັບ. ປະຈຸບັນ, ອຳນາດການປົກຄອງຍັງບໍ່ທັນປະກາດຊື່ ແລະ ນາມສະກຸນຂອງບັນດາຜູ້ປະສົບເຄາະຮ້າຍ ແລະ ເປົ້າໝາຍຍິງປືນເທື່ອ. ໃນຂະນະນັ້ນ, ສຳນັກຂ່າວສານ Reuters ໃຫ້ຮູ້ວ່າ: ເປົ້າໝາຍຍິງປືນແມ່ນຜູ້ເຄີຍເຮັດວຽກຢູ່ຮ້ານຂາຍລົດແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ