ເຫດຍິງປືນຢູ່ສະຫະພັນເຢຍລະມັນ:ຢັ້ງຢືນໄດ້ລາຍຊື່ຂອງຕົວການ

ເຫດຍິງປືນຢູ່ສະຫະພັນເຢຍລະມັນ:ຢັ້ງຢືນໄດ້ລາຍຊື່ຂອງຕົວການ - ảnh 1
ຕົວການ David Ali Sonboly
(ພາບ: Twitter/DM).

(vovworld) –  ວັນ​ທີ 23/7, ບັນດາ​ພາລະ​ກອນ​ສືບສວນ ​ເຢຍລະ​ມັນ ​ໄດ້​ໃຫ້​ຮູ້​ວ່າ: ຜູ​້ກໍ່​ໃຫ້​ເກີດ​​ເຫດ​ຍິງ​ປືນ​ທີ່​ຮ້າຍ​ແຮງ​ຢູ່​ສູນ​ການ​ຄ້າ Olympic ​ໃນ​ຕອນ​ຄ່ຳ​ວັນ​ທີ 22/7 ຢູ່​ນະຄອນ Munich, ຂຶ້ນ​ກັບ​ລັດ Bayern, ທາງ​ພາກ​​ໃຕ້​ປະ​ເທດ ​ເຢຍລະມັນ, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 9 ຄົນ​ເສຍ​ຊີວິດ, ມີ​ຊື່ວ່າ David Ali Sonboly. ກ່ອນ​ທີ່​ດຳ​ເນີນ​ເຫດ​ບຸກ​ໂຈມ​ຕີ​ທີ່​ນອງ​ເລືອດ​ດັ່ງກ່າວ, ຕົວ​ການ​ອາຍຸ 18 ປີ​ນີ້​ແມ່ນ​ນັກຮຽນ​ຂອງ​ໂຮງຮຽນ​ແຫ່ງ​ໜຶ່ງ​ຢູ່ Munich. David Ali Sonboly ​ແມ່ນ​ຊາວ ​ເຢຍລະມັນ, ​ເຊື້ອ​ຊາດ ອີຣານ, ​ໄດ້​​ກຳ​ເນີ​ດ ​ແລະ ​ເຕີບ​ໃຫຍ່ຢູ່​ນະຄອນ Munich. ໝາກຜົນ​ຂອງ​ການ​ສືບສວນ​ສະ​ແດງ​ໃຫ້​ເຫັນ​ວ່າ: ຜູ້​ນີ້​ໄດ້​ລັກ​​ເອົາລະ​ຫັດ Facebook ຂອງ​ຄົນ​ອື່ນ, ຫຼັງ​ຈາກ​ນັ້ນ ​ໄດ້ປອມ​ແປງ​ໂຄສະນາ​ແມ່ນ​ຮ້ານ​ອາຫານ McDonald’s ​ກ່ຽວ​ກັບ​ການ “​ແຈກ​ຢາຍ​ອາຫານ​ໂດຍ​ບໍ່​ເສຍ​ຄ່າ” ​ເພື່ອ​ດຶງ​ດູດ​ທຸກ​ຄົນ​ມາ​ຮ້ານ​ອາຫານ​ແຫ່ງ​ນີ້. ກ່ອນ​ທີ່​ອອກ​ຈາກ​ເຮືອນ​ຢູ່ Munich ​​ເພື່ອ​ດຳ​ເນີນ​ການ​ຍິງ​ປືນ, ຜູ້​ກ່ຽວ​ໄດ້​ຖື​ກະ​ເປົາ​ມີລູກປືນ 300 ລູກ. ພາຍຫຼັງ​ດຳ​ເນີນ​ການ​ກະທຳ​ທີ່​ນອງ​ເລືອດດັ່ງກ່າວ, ຕົວ​ການ​​ໄດ້​ຂ້າ​ຕົວ​ຕາຍ​ເມ​ື່ອຖືກ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​​ໄລ່ຈັບ.


ຂ່າວ/ບົດ​ອື່ນ