ເຫດຍິງປືນຢູ່ເຢຍລະມັນ: ການນຳເຢຍລະມັນກ່າວປະນາມການກະທຳຄຽດແຄ້ນ, ຈຳແນກເຊື້ອຊາດຜິວພັນ

(VOVWORLD) -ບັນດາການນຳເຢຍລະມັນ ໄດ້ສະແດງຄວາມຜະຫວາກ່ຽວກັບເຫດບຸກໂຈມຕີ, ພ້ອມທັງໄດ້ຄັດຄ້້ານການກະທຳຄຽດແຄ້ນ, ຈຳແນກເຊື້ອຊາດຜິວພັນຢ່າງຮຸນແຮງ.

ເຫດຍິງປືນຢູ່ເຢຍລະມັນ: ການນຳເຢຍລະມັນກ່າວປະນາມການກະທຳຄຽດແຄ້ນ, ຈຳແນກເຊື້ອຊາດຜິວພັນ - ảnh 1 ປະຊາຊົນນັບພັນໆຄົນໄດ້ລົງຖະໜົນ Hanau ເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍ ກໍຄືຄັດຄ້ານການກະທຳດັ່ງກ່າວ

(ພາບ: REUTERS)

ພາຍຫຼັງເກີດເຫດຍິງປືນເຮັດໃຫ້ 10 ຄົນເສຍຊີວິດຢູ່ບັນດາສະຖານທີ່ເຕົ້າໂຮມຊາວຕ່າງປະເທດຫຼາຍຄົນຢູ່ນະຄອນ Hanau, ຂຶ້ນກັບລັດ Hessen, ປະເທດເຢຍລະມັນ, ວັນທີ 20 ກຸມພາ, ບັນດາການນຳເຢຍລະມັນ ໄດ້ສະແດງຄວາມຜະຫວາກ່ຽວກັບເຫດບຸກໂຈມຕີ, ພ້ອມທັງໄດ້ຄັດຄ້້ານການກະທຳຄຽດແຄ້ນ, ຈຳແນກເຊື້ອຊາດຜິວພັນຢ່າງຮຸນແຮງ.

          ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merken ຍອມຮັບວ່າ ສະພາບ ຈຳແນກເຊື້ອຊາດຜິວພັນ, ຄຽດແຄ້ນແມ່ນບັນດາ “ສານຜິດ” ທີ່ພວມຕົກຄ້າງຢູ່ສັງຄົມເຢຍລະມັນ ເມື່ອປະເທດນີ້ໄດ້ເຫັນບັນດາເຫດການທີ່ກ່ຽວຂ້ອງເກີດຂຶ້ນໃນຊຸມປີມໍ່ໆມານີ້, ໃນນັ້ນມີເຫດບຸກໂຈມຕີໃສ່ຊາວອົບພະຍົບ. ທ່ານນາງຢືນຢັນວ່າ, ເຢຍລະມັນ ຕັດສິນໃຈຕ້ານຄືນບັນດາຜູ້ມີກົນອຸບາຍກໍ່ຄວາມແບ່ງແຍກປະເທດຊາດ.

          ທ່ານປະທານາທິບໍດີເຢຍລະມັນ Frank Walter Steinmeier ກໍ່ໄດ້ໄປສະຖານທີ່ເກີດເຫດຍິງປືນ ເພື່ອແບ່ງເບົ່າກັບຜູ້ຖືກເຄາະຮ້າຍ ແລະ ພ້ອມກັບປະຊາຊົນນັບພັນໆຄົນໄດ້ລົງຖະໜົນ Hanau ເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍ ກໍຄືຄັດຄ້ານການກະທຳດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ