ເຫດຍິງປືນຢູ່ໂບດ ໃນປະເທດ ອີຣານ ເຮັດໃຫ້ຢ່າງໜ້ອຍສຸດໜຶ່ງຄົນເສຍຊີວິດ, ຫຼາຍຄົນຖືກຮັບບາດເຈັບ

(VOVWORLD) - ປະຈຸບັນ, ບັນດາຜູ້ຖືກຮັບບາດເຈັບ, ເຊິ່ງລວມມີກຳມະກອນເຮັດວຽກຢູ່ໂບດ ແລະ ສາສະນິກກະຊົນມານະມັດສະການ, ໄດ້ຖືກສົ່ງເຂົ້າໂຮງໝໍ.
ເຫດຍິງປືນຢູ່ໂບດ ໃນປະເທດ ອີຣານ ເຮັດໃຫ້ຢ່າງໜ້ອຍສຸດໜຶ່ງຄົນເສຍຊີວິດ, ຫຼາຍຄົນຖືກຮັບບາດເຈັບ - ảnh 1ໂບດ Shah Cheragh - ສະຖານທີ່ເກີດເຫດ
(ພາບ:Reuters)

ຢ່າງໜ້ອຍສຸດມີ 1 ຄົນເສຍຊີວິດ ແລະ 8 ຄົນຖືກຮັບບາດເຈັບໃນເຫດບຸກໂຈມຕີຢູ່ໂບດ ອິດສະລາມ ນິກາຍ Shi’ite ຢູ່ນະຄອນ Shiraz, ທາງພາກໃຕ້ ອີຣານ. ຕາມວົງການເຈົ້າໜ້າທີ່ແຂວງ Fars, ມີຜູ້ບຸກໂຈມຕີປະກອບອາວຸດໄດ້ບຸກເຂົ້າໂບດ ແລະ ປະຕິບັດການບຸກໂຈມຕີ. ເຈົ້າໜ້າທີ່ໄດ້ຈັບຕົວ ແລະ ພວມດຳເນີນການສອບປາກຄຳບຸກຄົນກໍ່ການຮ້າຍນີ້. ປະຈຸບັນ, ບັນດາຜູ້ຖືກຮັບບາດເຈັບ, ເຊິ່ງລວມມີກຳມະກອນເຮັດວຽກຢູ່ໂບດ ແລະ ສາສະນິກກະຊົນມານະມັດສະການ, ໄດ້ຖືກສົ່ງເຂົ້າໂຮງໝໍ.

        ບໍ່ມີກຸ່ມໃດກ່າວຮັບຜິດຊອບກ່ຽວກັບເຫດບຸກໂຈມຕີໂບດ Shah Cheragh. ໃນຂະນະນັ້ນ, ສຳນັກຂ່າວສານແຫ່ງລັດ ອີຣານ (IRNA) ໃຫ້ຮູ້ວ່າ ນີ້ແມ່ນເຫດບຸກໂຈມຕີກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ