ເຫດຍິງປືນຢູ່ໂອຕາລິດ: IS ຍອມຮັບດຳເນີນການບຸກໂຈມຕີ

(VOVWORLD) -ວັນທີ 03 ພະຈິກ, ອົງການກໍ່ການຮ້າຍອິດສະລາມ (IS) ໄດ້ກ່າວຍອມຮັບວ່າ ໄດ້ດຳເນີນການຍິງປືນທີ່ນອງເລືອດໃນວັນທີ 02 ພະຈິກ ຢູ່ນະຄອນຫຼວງ ວຽນ, ປະເທດໂອຕາລິດ.

ເຫດຍິງປືນຢູ່ໂອຕາລິດ: IS ຍອມຮັບດຳເນີນການບຸກໂຈມຕີ - ảnh 1 ຕຳຫຼວດໂອຕາລິດ

(ພາບ: THX/TTXVN)

ໃນສື່ສັງຄົມ Telegram, IS ໄດ້ຢັ້ງຢືນວ່າ ມີມືປືນຄົນໜຶ່ງຂອງອົງການນີ້ກ່າວຮັບຜິດຊອບເຫດການບຸກໂຈມຕີໃນຕອນຄ່ຳວັນທີ 02 ພະຈິກ ຢູ່ນະຄອນຫຼວງຂອງ ໂອຕາລິດ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ. ຕາມກະຊວງພາຍໃນໂອຕາລິດ ແລ້ວ, ເຫດຍິງປືນດັ່ງກ່າວ ໂດຍພວກ IS ດຳເນີນ, ໄດ້ເຮັດໃຫ້ມີ 4 ຄົນເສຍຊີວິດ ແລະ ມີຜູ້ຮັບບາດເຈັບ 22 ຄົນ, ລວມມີນາຍຕຳຫຼວດຄົນໜຶ່ງ. ຕຳຫຼວດ ໂອຕາລິດ ໄດ້ດຳເນີນການຈັບຕົວຜູ້ຖືກສົງໄສວ່າມີສ່ວນກ່ຽວຂ້ອງເຖິງເຫດບຸກໂຈມຕີ 14 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ