ເຫດ​ຍິງ​ລູກ​ສອນ​ໄຟ​ຂອງ ສ​ປ​ປ.ເກົາຫຼີ: ຍີ່​ປຸ່ນ​ຕີ​ລາ​ຄາ​ວ່າ ລູກ​ສອນ​ໄຟ​ ໄດ້​ບິນ​ຕາມ​ວົງໂຄຈອນ ​ທີ່​ຜິດ​ປົກ​ກະ​ຕິ ດ້ວຍ​ຄວາມ​ໄວ Mach 10

(VOVWORLD) -ວັນທີ 12 ມັງກອນ, ທ່ານ Nobuo Kishi ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າລູກສອນໄຟ ໂດຍສປປ.ເກົາຫຼີຍິງ ໃນວັນທີ 11 ມັງກອນ ອາດຈະບິນຕາມວົງໂຄຈອນທີ່ຜິດປົກກະຕິ ດ້ວຍຄວາມໄວຂຶ້ນເຖິງ Mach 10 (ໝາຍຄວາມວ່າ ໄວກ່ວາ 10 ເທົ່າເມື່ອທຽບໃສ່ຄວາມໄວຂອງສຽງ).

ເຫດ​ຍິງ​ລູກ​ສອນ​ໄຟ​ຂອງ ສ​ປ​ປ.ເກົາຫຼີ: ຍີ່​ປຸ່ນ​ຕີ​ລາ​ຄາ​ວ່າ ລູກ​ສອນ​ໄຟ​ ໄດ້​ບິນ​ຕາມ​ວົງໂຄຈອນ ​ທີ່​ຜິດ​ປົກ​ກະ​ຕິ ດ້ວຍ​ຄວາມ​ໄວ Mach 10 - ảnh 1ການຍິງລູກສອນໄຟຂອງສປປ.ເກົາຫຼີ (ພາບ: TTXVN)

ທ່ານລັດຖະມົນຕີ Kishi ໃຫ້ຮູ້ວ່າ : ຜ່ານວິວັດການວິເຄາະ, ຝ່າຍຍີ່ປຸ່ນ ເຫັນໄດ້ວ່າ ລູກສອນໄຟຂອງ ສປປ.ເກົາຫຼີ ອາດຈະບິນດ້ວຍຄວາມໄວ Mach 10 ຢູ່ລະດັບສູງທີ່ສຸດ ປະມານ 50 ກີໂລແມັດເມື່ອທຽບໃສ່ໜ້ານ້ຳທະເລ, ຕ່ຳກ່ວາເມື່ອທຽບໃສ່ລະດັບປົກກະຕິ. ລູກສອນໄຟນີ້ ອາດຈະບິນໄດ້ຄວາມຍາວກ່ວາ 700 ກີໂລແມັດ ໃນເສັ້ນໂຄຈອນທີ່ຜິດປົກກະຕິ.

ຕາມທ່ານ Kishi ແລ້ວ, ລັດຖະບານ ຍີ່ປຸ່ນ ໄດ້ປະຕິເສດເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ ຜ່ານບັນດາຊ່ອງທາງການທູດ. ຈົດໝາຍທາງການຄັດຄ້ານທີ່ໄດ້ປະກາດຜ່ານຊ່ອງທາງການທູດ ຢູ່ປັກກິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ