ເຫດບຸກໂຈມຕີຢູ່ ມົດສະກູ: ທ່ານປະທານາທິບໍດີ ລັດເຊຍ ຮຽກໂຮມປະຊຸມກັບການນຳອົງການຄວາມໝັ້ນຄົງ; ກວ່າ 60 ຄົນເສຍຊີວິດ

(VOVWORLD) - ທ່ານປະທານາທິບໍດີ Putin ໄດ້ຮັບຟັງບັນດາບົດລາຍງານຈາກການນຳທີ່ກ່ຽວຂ້ອງ. ທ່ານກໍ່ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງບັນດາຄອບຄົວຂອງຜູ້ປະສົບເຄາະຮ້າຍ
ເຫດບຸກໂຈມຕີຢູ່ ມົດສະກູ: ທ່ານປະທານາທິບໍດີ ລັດເຊຍ ຮຽກໂຮມປະຊຸມກັບການນຳອົງການຄວາມໝັ້ນຄົງ; ກວ່າ 60 ຄົນເສຍຊີວິດ - ảnh 1ເກີດເຫດບຸກໂຈມຕີ ຫ້ອງສະແດງດົນຕີປະສານສຽງຢູ່ສູນການຄ້າ Crocus City Hall
ພາບ: BNE/TTXVN

        ຕອນເຊົ້າວັນທີ 23 ມີນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຮຽກໂຮມການນຳບັນດາອົງການປະຕິບັດກົດໝາຍ ແລະ ສະພາບການຮີບດ່ວນ ພາຍຫຼັງເກີດເຫດບຸກໂຈມຕີທີ່ນອງເລືອດແນໃສ່ຫ້ອງສະແດງດົນຕີປະສານສຽງຢູ່ສູນການຄ້າ Crocus City Hall, ໃກ້ກັບນະຄອນຫຼວງ ມົດສະກູ, ໃນຕອນຄ່ຳວັນທີ 22 ມີນາ. ທີ່ກອງປະຊຸມ, ທ່ານປະທານາທິບໍດີ Putin ໄດ້ຮັບຟັງບັນດາບົດລາຍງານຈາກການນຳທີ່ກ່ຽວຂ້ອງ. ທ່ານກໍ່ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງບັນດາຄອບຄົວຂອງຜູ້ປະສົບເຄາະຮ້າຍ ແລະ ປາດຖະໜາວ່າ ຜູ້ຮັບບາດເຈັບຫາຍດີໂດຍໄວ.

        ຕາມຂໍ້ມູນອັບເດດຈາກຄະນະກຳມະການສືບສວນ, ຈຳນວນຜູ້ເສຍຊີວິດແມ່ນກວ່າ 60 ຄົນ, ໃນຂະນະນັ້ນ, ຢ່າງໜ້ອຍສຸດມີ 145 ຄົນຮັບບາດເຈັບທີ່ພວມປິ່ນປົວຢູ່ໂຮງໝໍ. ຄະນະກຳມະການດັ່ງກ່າວໃຫ້ຮູ້ວ່າ: “ຈຳນວນຜູ້ຖືກເຄາະຮ້າຍອາດຈະເພີ່ມຂຶ້ນ”. ໂຄສົກຂອງຄະນະກຳມະການນີ້ຖືວ່າ, ປະຈຸບັນຍັງໄວເກີນໄປທີ່ຈະແຈ້ງຂໍ້ມູນກ່ຽວກັບບັນດາພວກບຸກໂຈມຕີ.

        ອົງການລັດອິດສະລາມ (IS) ອ້າງຊື່ເອງ ໄດ້ກ່າວຍ້ອນຮັບວ່າຢືນຢູ່ເບື້ອງຫຼັງເຫດການນີ້. ອຳນາດການປົກຄອງນະຄອນ ມົດສະກູ ໄດ້ແຈ້ງ ຍົກເລີກທຸກການເຄື່ອນໄຫວເຕົ້າໂຮມຫຼາຍຄົນໃນເວລາທ້າຍອາທິດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ