ເຫດບຸກໂຈມຕີອີກຄັ້ງໜຶ່ງແນໃສ່ກຳລັງປະຕິບັດກົດໝາຍຂອງອາເມລິກາ

ເຫດບຸກໂຈມຕີອີກຄັ້ງໜຶ່ງແນໃສ່ກຳລັງປະຕິບັດກົດໝາຍຂອງອາເມລິກາ - ảnh 1
ສານລັດ Michigan
(ພາບ:AP)

(vovworld) –  ​ໃນ​ຮຸ່ງ​ເຊົ້າ​ວັນ​ທີ 12/7 (ຕາມ​ເວລາ ຫວຽດນາມ), ມີ​​ເຫດ​ຍິງ​ປືນ​ເກີດ​ຂຶ້ນ​​ໃນ​ສານ​ແຫ່ງ​ໜຶ່ງ​ຢູ່​ລັດ Michigan, ປະ​ເທດ ອາ​ເມ​ລິ​ກາ, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 2 ຄົນ​ເສຍຊີວິດ ​ແລະ ຕຳຫຼວດ​ຄົນ​ໜຶ່ງ​ຖືກ​ຮັບ​ບາດ​ເຈັບ. ບັນດາ​ຜູ້​ຖື​ກ​ເສຍ​ຊີວິດ​ແມ່ນ​ລັດຖະກອນ​ຂອງ​ສານ ​ແລະ ຕົວ​ການ​ແມ່ນ​ອາດ​ສະ​ຍາກ​ອນ​ຄົນ​ໜຶ່ງ​ທີ່ຖືກ​ດັບ​ສູນ​ແລ້ວ. ສະຖານ​ທີ່​ເກີດ​​ເຫດການ​ບຸກ​ໂຈມ​ຕີ​ແມ່ນ​ສານ​ແຫ່ງ​ໜຶ່ງ​ຫ່າງ​ຈາກ Kalamazoo ​ໄປ​ທາງ​ທິດຕາ​ເວັນ​ຕົກ​ປະມານ 90 ກມ, ​ເຊິ່ງ​ແມ່ນ​ບ່ອນ​ໄດ້​ເກີດ​ເຫດ​ຍິງ​ປືນ​ເຮັດ​ໃຫ້ 6 ຄົນ​ເສຍ​ຊີວິດ​​ເມື່ອ​ຕົ້ນ​ເດືອນ​ນີ້. ຕຳຫຼວດ​ໄດ້​ປິດ​ລ້ອ​ມສະຖານ​ທີ່​ເກີດ​ເຫດ ​ແລະ ດຳ​ເນີນ​ການ​ສືບສວນ​.

        ຜູ້​ວ່າການ​ລັດ Michigan Rick Snyder ​ໄດ້​ກ່າວ​ປະນາມ​​ເຫດ​ຍິງປຶືນ. ທ່ານ​ເນັ້ນ​ໜັກ​ວ່າ​ ​ໃນ​ປະຈຸ​ບັນ​ແມ່ນ​ຈຸດ​ເວລາທີ່​ຫຍຸ້ງຍາກ​ສຳລັບ​ກຳລັງ​ປະຕິບັດ​ກົດໝາຍ ​ແລະ ຮຽກ​ຮ້ອງ​ໃຫ້​ປະຊາຊົນ​ຮ່ວມ​ມື​ແໜ້ນ​ແຟ້ນ, ໜູນ​ຊ່ວຍ​ກຳລັງ​ທີ່​ກ່ຽວຂ້ອງ​​ປະຕິບັດສຳ​ເລັດ​ໜ້າ​ທີ​່ຂອງ​ຕົນ.


ຂ່າວ/ບົດ​ອື່ນ